
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ຄວນລະດົມໂຮງໝໍແຫ່ງຕ່າງໆຂອງນະຄອນເຂົ້າຮ່ວມການປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ຮັບປະກັນການປະກອບອຸປະກອນການແພດ, ຊຸດປ້ອງກັນໃຫ້ແກ່ບັນດາໂຮງໝໍເຫຼົ່ານັ້ນຢ່າງຄົບຖ້ວນ.
ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍໄດ້ໄປຢ້ຽມຢາມ ແລະ ລະດົມກຳລັງໃຈໃຫ້ແກ່ຖັນແຖວພະນັກງານແພດໝໍຢູ່ໂຮງໝໍ ເຍິນເຢິນ ຢາດິ້ງ. ນະທີ່ນີ້, ທ່ານເນັ້ນໜັກວ່າ: ທາງໂຮງໝໍຄວນມີການສົມທົບກັບໂຮງໝໍແຫ່ງອື່ນໆ ແລະ ບັນດາຮາກຖານປິ່ນປົວຂັ້ນລຸ່ມ ເພື່ອສົ່ງຜູ້ຕິດເຊື້ອໂຄວິດ - 19 ທີ່ມີອາກາດເປັນໜັກມາໂຮງໝໍຂັ້ນເທິງ ແລະ ເບິ່ງແຍງດູແລ, ປິ່ນປົວໃຫ້ແກ່ກໍລະນີເປັນໜັກໄດ້ຢ່າງທັນການ.ຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກຕາມ ກໍໄດ້ລົງຕິດຕາມກວດກາສະຖານທີ່ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ຜູ້ອາຍຸສູງຂອງ ໂຮງໝໍ ບິ່ງແທ້ງ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)