• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ 5 ລ້ານ

ນະຄອນ ໂຮ່ຈີມິນ (ພາບປະກອບ)
      ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ສະໜາມ​ບິນ​ສາກົນ ​ເຕິ​ນ​ເຊີນ​ເຍິດ, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ຜູ້​ທີ 5 ລ້ານ​ແມ່ນ​ທ່ານ Chappe Bertrand , ສັນຊາດ ຝລັ່ງ ​ໃນຖ້ຽວ​ບິນ​ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ ຫວຽດນາມ (ຫວຽດນາມ​ແອ​ລາຍ). ການ​ນຳ​ນະຄອນ​ໄດ້​ຊົມ​ເຊີຍ ​ແລະ ມອບ​ຂອງຂວັນ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ນີ້.
ນຳ​ນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມານະ​ຄອນ ​ໂຮ່ຈິ​ມິນ​ເພີ່ມ​ຂຶ້ນ​ສະ​ເລ່ຍ 8,2%/ປີ, ລາຍ​ຮັບ​ສະ​ເລ່ຍ​ເພີ່ມ​ຂຶ້ນ 16,4%, ກວມ​ປະມານ 9% ​ໃນ​ຍອດ GDP ຂອງ​ນະຄອນ. ຕາມ​ການ​ສະຖິຕິ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ, ມາ​ຮອດ​ຈຸດ​ເວລາ​ນີ້, ທົ່ວ​ປະ​ເທດ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 10 ລ້ານ​ເທື່ອ​ຄົນ, ບັນລຸ​ລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ເພີ່ມ​ຂຶ້ນ 1,5 ລ້ານ​ຄົນ​ເມື່ອ​ທຽບ​ໃສ່​ປີ 2016. ທ່ານ​ນາງ ຫງວຽນ​ທິທູ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:
      “ນະຄອນ ​ໂຮ່ຈີ​ມິນ​​ໄດ້​ສູ້​ຊົນ ​ແລະ ບັນລຸ​ແຜນການ​ທີ່​ໄດ້​ວາງ​ອອກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ສ້າງ​ທຸກ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ນະຄອນ​ພັດທະນາ. ​ໂດຍ​ລະອຽດ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປັບປຸງ​ແຜນ​ຮ່າງ​ວາງ​ແຜນ​ຂະ​ແໜງ​ທ່ອງ​ທ່ຽວ​ທາງ​ນ້ຳ ​ແລະ ບັນດາ​ການ​ບໍລິການ, ການ​ຄ້າ​ອື່ນໆ​ທີ່​ມີ​ຜົນ​ສະທ້ອນ​ເຖິງ​ຂະ​ແໜງ​ທ່ອງ​ທ່ຽວ“.
 (ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top