• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິງ: ມີປະຊາຊົນນັບໝື່ນຄົນຮັບຊົມການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນວັນທ້ອນໂຮມປະເທດຊາດເປັນເອກະພາບ

ນັບແຕ່ເວລາ 20 ໂມງຂອງວັນທີ 30 ເມສາ, ປະຊາຊົນໄດ້ເຕົ້າໂຮມເຂດທ່າກຳປັ່ນ ແບັກດັ່ງ ແລະ ເຂດຖະໜົນຍ່າງ ຫງວຽນເຫ້ວ ເພື່ອລໍ້ຖ້າຊົມການຍິງບັ້ງໄຟດອກ.
(ການຍິງບັ້ງໄຟດອກ)

ຕອນຄ່ຳວັນທີ 30 ເມສາ, ມີປະຊາຊົນນັບໝື່ນໆຄົນໄດ້ມາເຂດໃຈກາງນະຄອນ ໂຮ່ຈີມິນ ເພື່ອລະຫຼີ້ນ ແລະ ຮັບຊົມການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024).

ນັບແຕ່ເວລາ 20 ໂມງຂອງວັນທີ 30 ເມສາ, ປະຊາຊົນໄດ້ເຕົ້າໂຮມເຂດທ່າກຳປັ່ນ ແບັກດັ່ງ ແລະ ເຂດຖະໜົນຍ່າງ ຫງວຽນເຫ້ວ ເພື່ອລໍ້ຖ້າຊົມການຍິງບັ້ງໄຟດອກ. ນອກນັ້ນ, ອຳນາດການປົກຄອງນະຄອນ ໂຮ່ຈີມິງ ຍັງຈັດການຍິງບັ້ງໄພດອກຢູ່ 4 ສະຖານທີ່ແຕກຕ່າງກັນ. ອ້າຍ ຮ່ວາງດິ່ງເກືອງ, ປະຊາຊົນເມືອງ ກໍເວີບ, ແບ່ງປັນວ່າ:

“ພວກຂ້າພະເຈົ້າມາແຫ່ງນີ້ຍ້ອນວ່າ ຢາກແນະນຳໃຫ້ລູກຂອງຕົນຮູ້ເຖິງມູນເຊື້ອຂອງລຸ່ນປູ່ລຸ່ນພໍ່ທີ່ຍາດໄດ້ໄຊຊະນະ, ຍາດເອກະລາດມາໃຫ້ປະເທດຊາດ, ເພື່ອໃຫ້ລຸ່ນລູກ, ລຸ່ນຫຼານຄິດຮອດຊຸມວັນນີ້”.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top