ຕອນເຊົ້າວັນທີ 23 ພະຈິກ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຈັດພິທີປະກາດການວາງແຜນກຳນົດສັງລວມ ໄລຍະ 2025-2050, ວິໄສທັດ 100 ປີ. ເຫດການໄດ້ຈັດຂຶ້ນຢູ່ສູນວາງສະແດງການວາງແຜນຜັງເມືອງ, ຕາແສງ ອານແຄ້ງ.
ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ເລກວກຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ໄດ້ເນັ້ນໜັກວ່າ ຕາມແຜນການ, ຮອດປີ 2030, ນະຄອນຈະສູ້ຊົນໃຫ້ກາຍເປັນເຂດຕົວເມືອງພິເສດ, ນອນໃນ 100 ນະຄອນທົ່ວໂລກທີ່ເປັນໜ້າດຳລົງຊີວິດ ແລະ ນອນໃນກຸ່ມມີລາຍຮັບສູງ. ຮອດປີ 2045, ນະຄອນ ມຸ່ງໄປເຖິງກຸ່ມ 100 ຕົວເມືອງທີ່ດີທີ່ສຸດໃນໂລກ; ແລະ ຮອດປີ 2075 ຈະກາຍເປັນຕົວເມືອງທົ່ວໂລກ ທີ່ອັດສະລິຍະ, ທັນສະໄໝ ແລະ ພັດທະນາຢ່າງຮອບດ້ານ.
ວິໄສທັດ 100 ປີ ແມ່ນວິໄສທັດຂອງຫຼາຍລຸ້ນຄົນ. ກໍ່ສ້າງນະຄອນ ໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງທົ່ວໂລກ, ອັດສະລິຍະ, ທັນສະໄໝ, ພັດທະນາຢ່າງຮອບດ້ານ, ທຽບເທົ່າກັບບັນດາເຂດຕົວເມືອງແຖວໜ້າຂອງໂລກ ແມ່ນພາລະກຳປະຫວັດສາດຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ, ຫັນການວາງແຜນກຳນົດຍຸດທະສາດໃຫ້ກາຍເປັນບັນດາຜົນສຳເລັດໃນວິວັດການພັດທະນາໃນຕົວຈິງຢ່າງມີຊີວິດຊີວາ.
ໃນພິທີປະກາດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ນະຄອນສຸມໃສ່ປະຕິບັດ 5 ໜ້າທີ່ຈຸດສຸມຄື:
ທີ່ໜຶ່ງ ຕ້ອງໂຄສະນາເຜີຍແຜ່ເນື້ອໃນຫຼັກຂອງການວາງແຜນກຳນົດເພື່ອເປັນເອກະພາບຕໍ່ຄວາມຮັບຮູ້ຢ່າງສູງ ແລະ ການກະທຳ. ທີສອງ, ນະຄອນຕ້ອງເດັດດ່ຽວນຳໃຊ້ມະຕິຂອງສະພາແຫ່ງຊາດ, ພິເສດແມ່ນກົດໝາຍວ່າດ້ວຍການພັດທະນາຕົວເມືອງ. ທີສາມ, ສຸມໃສ່ແກ້ໄຂບັນດາຈຸດອຸດຕັນດ້ານພື້ນຖານໂຄງລ່າງ. ທີສີ່, ຍົກສູງປະສິດທິພາບ, ປະສິດທິຜົນຂອງການຄຸ້ມຄອງລັດ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ທີຫ້າ, ສ້າງອົງຄະນະພັກທີ່ມີຄວາມສາມັກຄີ, ປອດໂປ່ງ, ເຂັ້ມແຂງ ແລະ ມີຄວາມຮອບຜິດຊອບສູງຢ່າງແທ້ຈິງ.
ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.






