ຂ່າວສານ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ. (ພາບ: VNA)

ຕອນເຊົ້າວັນທີ 23 ພະຈິກ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຈັດພິທີ​ປະ​ກາດ​ການ​ວາງ​ແຜນ​ກຳນົດສັງລວມ ໄລຍະ 2025-2050, ວິໄສທັດ 100 ປີ. ​ເຫດ​ການ​ໄດ້ຈັດຂຶ້ນ​ຢູ່ສູນວາງສະແດງການວາງແຜນຜັງເມືອງ, ​ຕາ​ແສງ ອານແຄ້ງ.

ກ່າວຄຳເຫັນ​ທີ່​ພິ​ທີປະກາດ, ທ່ານ ເລກວກຟອງ, ປະທານຄະນະກຳມະການປະ​ຊາ​ຊົນ​ນະ​ຄອນ ໂຮ່ຈິມິນ, ໄດ້ເນັ້ນໜັກວ່າ ຕາມແຜນການ, ຮອດປີ 2030, ນະຄອນຈະ​ສູ້​ຊົນ​ໃຫ້ກາຍເປັນ​ເຂດຕົວເມືອງພິເສດ, ນອນໃນ 100 ນະ​ຄ​ອນ​ທົ່ວໂລກ​ທີ່ເປັນໜ້າ​ດຳ​ລົງ​ຊີ​ວິດ ແລະ ​ນອນ​ໃນ​ກຸ່ມ​ມີ​ລາຍ​ຮັບ​ສູງ. ຮອດປີ 2045, ນະຄອນ ມຸ່ງ​ໄປ​ເຖິງ​ກຸ່ມ 100 ຕົວເມືອງທີ່ດີທີ່ສຸດໃນໂລກ; ແລະ ຮອດປີ 2075 ຈະກາຍເປັນ​ຕົວເມືອງ​ທົ່ວ​ໂລກ ທີ່ອັດສະລິຍະ, ທັນສະໄໝ ແລະ ພັດທະນາຢ່າງຮອບດ້ານ.

ວິໄສທັດ 100 ປີ ແມ່ນວິໄສທັດຂອງຫຼາຍລຸ້ນຄົນ. ກໍ່​ສ້າງ​ນະຄອນ ໂຮ່ຈິມິນ ໃຫ້ກາຍເປັນ​ຕົວເມືອງທົ່ວໂລກ, ອັດສະລິຍະ, ທັນສະໄໝ, ​ພັດ​ທະ​ນາ​ຢ່າງຮອບດ້ານ, ທຽບເທົ່າກັບບັນ​ດາ​ເຂດ​ຕົວເມືອງ​ແຖວ​ໜ້າຂອງໂລກ ແມ່ນພາລະ​ກຳປະຫວັດສາດຂອງ​ອົງຄະນະພັກ, ​ອຳ​ນາດ​ການ​ປົກ​ຄອງ ແລະ ປະຊາຊົນ ນະຄອນ, ຫັນ​ການ​ວາງແຜນ​ກຳ​ນົດຍຸດທະສາດໃຫ້ກາຍເປັນ​ບັນ​ດາຜົນສຳເລັດ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ໃນ​ຕົວ​ຈິງ​ຢ່າງມີຊີວິດຊີວາ.

ໃນພິທີປະກາດ, ທ່ານ ເຈິ່ນແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ສະ​ເໜີ​ໃຫ້ນະຄອນສຸມໃສ່ປະຕິບັດ 5 ໜ້າທີ່ຈຸດ​ສຸມຄື:

ທີ່​ໜຶ່ງ​ ຕ້ອງໂຄສະນາເຜີຍແຜ່ເນື້ອໃນຫຼັກຂອງການ​ວາງແຜນກຳນົດເພື່ອ​ເປັນ​ເອ​ກະ​ພາບ​ຕໍ່​ຄວາມຮັບຮູ້​ຢ່າງ​ສູງ ແລະ ການ​ກະ​ທຳ​. ທີສອງ, ນະຄອນຕ້ອງເດັດ​ດ່ຽວນຳໃຊ້ມະຕິຂອງສະ​ພາ​ແຫ່ງຊາດ, ພິ​ເສດແມ່ນ​ກົດ​ໝາຍ​ວ່າດ້ວຍການພັດທະນາຕົວເມືອງ. ທີສາມ, ສຸມໃສ່ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ດ້ານພື້ນ​ຖານ​ໂຄງລ່າງ. ທີສີ່, ຍົກ​ສູງປະສິດທິພາບ, ​ປະ​ສິດ​ທິ​ຜົນ​ຂອງ​ກາ​ນ​ຄຸ້ມຄອງລັດ ແລະ ​ຄຸນ​ນະ​ພາບ​ແຫຼ່ງຊັບພະຍາກອນມະນຸດ. ທີຫ້າ, ສ້າງອົງຄະ​ນະ​ພັກທີ່ມີຄວາມສາມັກຄີ, ​ປອ​ດ​ໂປ່ງ, ເຂັ້ມແຂງ ແລະ ມີຄວາມຮອບ​ຜິ​ດ​ຊອບສູງ​ຢ່າງ​ແທ້ຈິງ.

ຄາດວ່າ, ທາງ​ນະ​ຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການ​ວາງ​ແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນ​ກຳນົດ​ສະ​ເພາະ​ຂະ​ແໜງ​ ກ່ອນວັນທີ 30 ມິຖຸນາ 2027.


top