• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມືຮອບດ້ານກັບ ສິງກະໂປ

ແຕ່ວັນທີ 24-28 ສິງຫາ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນນຳໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປໂດຍແນໃສ່ຊຸກຍູ້ການຮ່ວມມືຮອບດ້ານໃນຫຼາຍຂົງເຂດ ຮ່ວມກັບບັນດາຄູ່ຮ່ວມມືຂອງສິງກະໂປ.
ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນທ້ຽນເຍິນ, ພ້ອມດ້ວຍຄະນະກໍ່ໄດ້ມີການພົບປະກັບທ່ານຫຼີຊຽນຫຼົງນາຍົກລັດຖະມົນຕີສິງກະໂປ; ທ່ານ Teo Chee Hean ລັດຖະມົນຕີຂັ້ນສູງກະຊວງປະສານຄວາມສະຫງົບແຫ່ງຊາດ ສິງກະໂປ; ທ່ານ Vivian Balakrishnan ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ; ທ່ານ Chan Chung Sing ລັດຖະມົນຕີກະຊວງການຄ້າແລະອຸດສະຫະກຳສິງກະໂປ; ແລະ ທ່ານ Lee Tzu Zang ປະທານໂຄງການ.

ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈີມິນ ພົບປະກັບທ່ານຫຼີຊຽນຫຼົງນາຍົກລັດຖະມົນຕີສິງກະໂປ (ພາບ: TTXVN)

ທີ່ການຕ້ອນຮັບຂອງທ່ານ ຫຼີຊຽນຫຼົງ ນາຍົກລັດຖະມົນຕີສິງກະໂປ, ທ່ານຫງວຽນທ້ຽນເຍິນໃຫ້ຮູ້ວ່າ: ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ແມ່ນແນໃສ່ຊຸກຍູ້ບັນດາໂອກາດການຮ່ວມມື, ກະກຽມໃຫ້ແກ່ແຜນການພັດທະນາຂອງນະຄອນໂຮ່ຈີມິນໃນ 5-10 ປີທີ່ຈະມາເຖິງ. ຜ່ານນັ້ນ, ກໍ່ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ, ໃນນັ້ນ, ມີນະຄອນໂຮ່ຈີມິນ ແລະ ສິງກະໂປເລິກເຊິ່ງຂຶ້ນຕື່ມ, ກໍ່ຄືການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ ໃນບັນດາຂົງເຂດທີ່ຕາງຝ່າຍຕາງມີຄວາມສົນໃຈ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃຫ້ຮູ້ວ່າ ສິງກະໂປມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານຫຼາຍກ່ວາອີກກັບນະຄອນໂຮ່ຈີມິນເວົ້າສະເພາະ, ຫວຽດນາມເວົ້າລວມ. ສະໜັບສະໜູນການຊຸກຍູ້ການຮ່ວມມືລະຫວ່າງ ສິງກະໂປກັບ ນະຄອນ ໂຮ່ຈີມິນກ່ຽວກັບການພັດທະນາຕົວເມືອງ ແລະ ການສຶກສາບຳລຸງສ້າງ, ທ່ານ ຫຼີຊຽນຫຼົງສະເໜີໃຫ້ນະຄອນໂຮ່ຈີມິນ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງຂອງສິງກະໂປປຶກສາຫາລື, ແລກປ່ຽນກັນຢ່າງລະອຽດເພື່ອກ້າວໄປເຖິງການລົງນາມບັນດາ ຂໍ້ຕົກລົງ 2 ຝ່າຍ(MoU) ໃນໄລຍະຈະມາເຖິງ.

        ທີ່ການເຮັດວຽກ, ທ່ານ ຫງວຽນທ້ຽນເຍິນ ກໍ່ໄດ້ສະເໜີໃຫ້ບັນດາອົງການສິງກະໂປຄົ້ນຄ້ວາ, ປຶກສາຫາລືເພື່ອກ້າວໄປເຖິງການລົງນາມຮ່ວມມືຢ່າງຮອບດ້ານໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນໃນຂົງເຂດການວາງແຜນຜັງພັດທະນາຕົວເມືອງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສາກົນ.

        ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນກໍ່ໄດ້ຈັດຕັ້ງກອງປະຊຸມໂຕະມົນລະຫວ່າງອຳນາດການປົກຄອງ ນະຄອນໂຮ່ຈີມິນ ແລະ ວິສາຫະກິດ ສິງກະໂປ. ກອງປະຊຸມແມ່ນເພື່ອແນໃສ່ແນະນຳບັນດາຄວາມສາມາດບົ່ມຊ້ອນ ແລະ ບັນດາໂຄງການດຶງດູດການລົງທຶນຂອງ ນະຄອນໂຮ່ຈີມິນ, ພ້ອມທັງແກ້ໄຂຂໍ້ຂັດໃຈ ແລະ ຄຳຖາມຂອງນັກລົງທຶນສິງກະໂປກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງນະໂຍບາຍພາສີອາກອນ, ທີ່ດິນ, ສະພາບແວດລ້ອມແຫ່ງການລົງທຶນຂອງນະຄອນ.

        ທ່ານ ຫງວຽນທ້ຽນເຍິນ ພ້ອມກັບຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ກໍ່ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳສິງກະໂປ, ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2019) ໂດຍສະຖານທູດ ຫວຽດນາມ ປະຈຳສິງກະໂປຈັດຕັ້ງ.

(ແຫຼ່ງຄັດຈາກ VOV)

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

ມີທັງໝົດ 134 ປະເທດໄດ້ຜະລິດ 70% ຈຳນວນທັນຍາຫານໃນທົ່ວໂລກ ໄດ້ເຊັ່ນຖະແຫຼງການຮ່ວມເນັ້ນໜັກການບຸລິມະສິດ ພັດທະນາລະບົບທັນຍາຫານ, ສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແລະ ປັບຕົວກັບການປ່ຽນແປງຂອງດິນຟ້າ ອາກາດ.

Top