• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມິນ: ກຳນົດທິດວິໄສທັດຍຸດທະສາດ ແລະ ໃຫ້ຄຳໝັ້ນສັນຍາ ການກະທຳບຸກທະລຸ

ພາຍຫຼັງເວທີປາໄສ, ນະຄອນໂຮ່ຈິມິນ ໄດ້ກຳນົດສາມຈຸດສຸມແມ່ນປ່ຽນແປງໃໝ່ລະບອບລະບຽບການ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ເປີດກວ້າງການຮ່ວມມືສາກົນ
ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ (ພາບ: VNA)

ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ (AEF) 2026 ໄດ້ເຊື່ອມຕໍ່ບັນ​ດາ​ພື້ນ​ຖານເສດຖະກິດ​ໃຫ້​ເປັນລະບົບຕ່ອງໂສ້ມູນຄ່າ ພ້ອມ​ກັນ​ກຳ​ນົດ​ທິດອະນາຄົດການ​ພັດ​ທະ​ນາ​ໂດຍອີງໃສ່ວິໄສທັດທີ່ໃຫຍ່, ທັນສະໄໝ. ນັ້ນ​ແມ່ນ​ຄຳຢືນຢັນ​ຂອງ ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ທີ່​ວາ​ລະປິດ ພາຍຫຼັງສອງວັນ​ທີ່ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຫຼັກຂອງ AEF 2026 ດ້ວຍຫົວຂໍ້ "ຈິດໃຈຮ່ວມມືໃນ​ສັງ​ກາດໃໝ່".

ພາຍ​ຫຼັງ​ເວ​ທີ​ປາ​ໄສ, ນະຄອນໂຮ່ຈິມິນ ໄດ້ກຳນົດ​ສາມຈຸດສຸມ​ແມ່ນ​ປ່ຽນ​ແປງ​ໃໝ່​ລະ​ບອບ​ລະ​ບຽບ​ການ, ຍົກ​ສູງຄຸນນະພາບ​ແຫຼ່ງຊັບພະຍາກອນມະນຸດ ແລະ ​ເປີດກວ້າງ​ການຮ່ວມມືສາກົນ, ດຶງດູດແຫຼ່ງຊັບພະຍາກອນທົ່ວໂລກ. ນະຄອນ ໂຮ່ຈິມິນ ຈະສົ່ງເສີມກົນໄກ, ນະໂຍບາຍບຸກ​ທະ​ລຸດ້ານວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ນະວັດຕະກຳ; ດຶງດູດການລົງທຶນຍຸດທະສາດເຂົ້າ​ໃນເຕັກໂນໂລຊີສູງ; ຊຸກ​ຍູ້​ການ​ຮ່ວມ​ມືພາກລັດ ແລະ ເອກະຊົນ...

ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ເນັ້ນໜັກວ່າ:

"ນະຄອນ ໂຮ່ຈິມິນ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້ການຮ່ວມມື​ຢ່າງ​ແທ​ດ​ຈິງ - ​ແຫ່ງທີ່​ບັນ​ດາ​ລະບົບການ​ກຳ​ນົດ​ດ້ານການເງິນ, ນັກລົງທຶນສາກົນ ແລະ ວິວິ​ສາ​ຫະ​ກິດ​ໃຫຍ່ພ້ອມ​ກັນ​ນຳພາ​ເຂົ້າ​ຮ່ວມ, ເຊື່ອມຕໍ່​ແຫຼ່ງທຶນກັບ​ບັນ​ດາ​ເສົາ​ຄ້ຳພັດທະນາ​ເສດ​ຖະ​ກິດຍຸດທະສາດ, ​ນັບແຕ່ອຸດສາຫະກຳອັດສະລິຍະ, ການຫັນປ່ຽນສີຂຽວ ຕະ​ຫຼອດຮອດເສດຖະກິດດີ​ຈີຕອນ​ຢູ​່​ເຂດເມືອງໃຫຍ່​ຈຳ​ນວນ​ໜຶ່ງ".

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ.

Top