• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍບັນດາໜ້າທີ່ສຳລັບປີ APEC 2027 ຖືກຕາມຄວາມຄືບໜ້າ

ຕອນຄ່ຳວັນທີ 28 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບົດລາຍງານຄວາມຄືບໜ້າກ່ຽວກັບວຽກງານກະກຽມໃຫ້ແກ່ປີ APEC ຫວຽດນາມ 2027
  ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VN)  

ຕອນ​ຄ່ຳ ວັນທີ 28 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງ​ບົດ​ລາຍ​ງານຄວາມຄືບໜ້າ​ກ່ຽວ​ກັບ​ວຽກ​ງານກະກຽມໃຫ້ແກ່ປີ APEC ຫວຽດນາມ 2027.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢືນຢັນວ່າ ​ເລື່ອງຈັດຕັ້ງປີ APEC 2027 ​ບັນ​ລຸປະສົບຜົນສຳເລັດ, ​ພິ​ເສດແມ່ນສັບ​ປະ​ດາສຸດຍອດ APEC ຈະ​ສ້າງ​ຄວາມ​ປະ​ທັບ​ໃຈຂອງຫວຽດນາມ ໃນ APEC ແລະ ​ຕໍ່ກັບເພື່ອນມິດສາກົນ, ພ້ອມກັນ​ນັ້ນ​ກໍ່​ແມ່ນໂອກາດ​ເຊື່ອມຕໍ່​ແຫຼ່ງຊັບ​ພະ​ຍາ​ກອນ​ສາ​ກົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ທ້ອງຖິ່ນ ແລະ ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຮຽກຮ້ອງ​ວ່າ ວຽກ​ງານກະກຽມ​ຕ້ອງ​ມີ​ລະ​ດັບ​ຄວາມ​ຄືບ​ໜ້າ​ຢ່າງ​ລະ​ອຽດ, ຈະແຈ້ງ. ກ່ຽວກັບວຽກ​ງານ​ພະ​ລາ​ທິ​ການ, ​ພິທີການ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງ​ຮັບ​ປະ​ກັນຄຸນນະພາບ, ​ແທດ​ຈິງ, ມີປະສິດທິຜົນ, ປະ​ຢັດ, ຫຼີກລ່ຽງການ​ຟູ່ມ​ເຟືອຍ. ທ່ານ​ນາ​ຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ອະນຸກຳມະການໂຄສະນາ, ວັດທະນະທຳ ສຸມໃສ່ການປະຕິບັດບັນ​ດາໜ້າທີ່ວຽກ​ງານໃຫ້ສຳເລັດ, ໂດຍ​ສະ​ເພາະແມ່ນ​ບັນ​ດາ​ວຽກ​ງານຮັບໃຊ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງຄະນະຜູ້​ແທນ​ຂັ້ນສູງ ຫວຽດນາມ ​ເຂົ້າ​ຮ່ວມສັບປະດາສຸດຍອດ APEC 2026 ​ຢູ່ ຈີນ ແລະ ການມອບ - ຮັບບົດບາດເຈົ້າພາບ​ປີປະທານ APEC 2027.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ.

Top