• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ ພິ​ທີ​ສະ​ເຫຼີມ​ສະຫຼອງ (ພາບ: VNA)

ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ຕ້ອງ​ກຳ​ແໜ້ນ, ຄົ້ນ​ຄ້​ວາ, ຕີ​ລາ​ຄາ​ເນື້ອ​ໃນ, ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄົ້ນ​ຄ້​ວາ, ການໃຫ້​ຄຳ​ປຶກ​ສາ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງເພື່ອ​ສຸມ​ໃສ່​ແກ້​ໄຂ. ນັ້ນ​ແມ່ນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ (30/10/1996-30/10/2026)ແລະ ​ພິ​ທີຕ້ອນ​ຮັບຫຼຽນ​ໄຊ​ໂຮ່​ຈີ​ມິນ.

ທີ່​ພິ​ທີ​ປະ​ດັບຫຼຽນ​ໄຊ​ໂຮ່​ຈີ​ມິນ​ໃຫ້​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສະ​ພາ​ສືບ​ຕໍ່​ຢັ້ງ​ຢືນ ແລະ ຍົກ​ສູງ​ບົດ​ບາດ​ແກ່ນ​ສານ, ຫຼັກ​ແຫຼ່ງ​ໃນ​ການ​ຄົ້​ນ​ຄ້​ວາ​ທິດ​ສະ​ດີ, ສະຫຼຸບ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ​ຂອງ​ພັກ, ເປັນ​ເຈົ້າ​ການ​ຄາດ​ຄະ​ເນ ແລະ ພົບ​ເຫັນ​ບັນ​ດາ​ບັນ​ຫາ​ໃໝ່. ໃນ​ນັ້ນ, ສະ​ພາ​ຕ້ອງ​ຕິດແທດ​ການ​ຫັນ​ປ່ຽນ​ຂອງ​ປະ​ເທດ​ຊາດ ແລະ ໂລກ, ເລືອກ​ເອົາ​ບັນ​ດາ​ບັນ​ຫາ​ຄົ້ນ​ຄ້​ວາ​ຈາກ​ຄຳ​ຮຽກ​ຮ້ອງ​ຂອງ​ການ​ນຳ​ພາ, ການ​ພັດ​ທະ​ນາ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ. ໃນ​ນັ້ນ, ສະຫຼຸບ 100 ປີ​ແຫ່ງ​ພັກນຳ​ພາ​ການ​ປະ​ຕິ​ວັດ ຫວຽດ​ນາມ ແລະ 40 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​​ການເມື່ອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນສັງ​ຄົມ​ນິ​ຍົມ ແມ່ນ​ໜ້າ​ທີ່ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ເຊື່ອມ​ຕໍ່​ປະ​ຫວັດ​ສາດ ອັນ​ຍາວ​ນານກັບ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ໃນປັດ​ຈຸ​ບັນ ແລະ ຄວາ​ມ​ມຸ່ງ​ຫວັງ​ຕໍ່​ອະ​ນາ​ຄົດ​ຢ່າງ​ເລິກ​ເຊິ່ງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ພ້ອມກັບປະຊາຄົມສາກົນຮຽກຮ້ອງໃຫ້ຢຸດຕິຄຳສັ່ງຂວ້ຳບາດສຳລັບ ກຸຍບາ

ຫວຽດນາມ ພ້ອມກັບປະຊາຄົມສາກົນຮຽກຮ້ອງໃຫ້ຢຸດຕິຄຳສັ່ງຂວ້ຳບາດສຳລັບ ກຸຍບາ

ຜູ້ຕາງໜ້າ ຫວຽດນາມ ກໍ່ໄດ້ຮຽກຮ້ອງໃຫ້ມີຄວາມເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນແດນອັນຄົບຖ້ວນ, ເອກະລາດດ້ານການເມືອງ, ສິດຕັດສິນດ້ວຍຕົນເອງ

Top