ພາຍຫຼັງເວທີປາໄສ, ນະຄອນໂຮ່ຈິມິນ ໄດ້ກຳນົດສາມຈຸດສຸມແມ່ນປ່ຽນແປງໃໝ່ລະບອບລະບຽບການ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ເປີດກວ້າງການຮ່ວມມືສາກົນ
ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ (ພາບ: VNA)
ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ (AEF) 2026 ໄດ້ເຊື່ອມຕໍ່ບັນດາພື້ນຖານເສດຖະກິດໃຫ້ເປັນລະບົບຕ່ອງໂສ້ມູນຄ່າ ພ້ອມກັນກຳນົດທິດອະນາຄົດການພັດທະນາໂດຍອີງໃສ່ວິໄສທັດທີ່ໃຫຍ່, ທັນສະໄໝ. ນັ້ນແມ່ນຄຳຢືນຢັນຂອງ ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ທີ່ວາລະປິດ ພາຍຫຼັງສອງວັນທີ່ຈັດບັນດາການເຄື່ອນໄຫວຫຼັກຂອງ AEF 2026 ດ້ວຍຫົວຂໍ້ "ຈິດໃຈຮ່ວມມືໃນສັງກາດໃໝ່".
ພາຍຫຼັງເວທີປາໄສ, ນະຄອນໂຮ່ຈິມິນ ໄດ້ກຳນົດສາມຈຸດສຸມແມ່ນປ່ຽນແປງໃໝ່ລະບອບລະບຽບການ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ເປີດກວ້າງການຮ່ວມມືສາກົນ, ດຶງດູດແຫຼ່ງຊັບພະຍາກອນທົ່ວໂລກ. ນະຄອນ ໂຮ່ຈິມິນ ຈະສົ່ງເສີມກົນໄກ, ນະໂຍບາຍບຸກທະລຸດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ; ດຶງດູດການລົງທຶນຍຸດທະສາດເຂົ້າໃນເຕັກໂນໂລຊີສູງ; ຊຸກຍູ້ການຮ່ວມມືພາກລັດ ແລະ ເອກະຊົນ...
ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ, ເນັ້ນໜັກວ່າ:
"ນະຄອນ ໂຮ່ຈິມິນ ປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງແທດຈິງ - ແຫ່ງທີ່ບັນດາລະບົບການກຳນົດດ້ານການເງິນ, ນັກລົງທຶນສາກົນ ແລະ ວິວິສາຫະກິດໃຫຍ່ພ້ອມກັນນຳພາເຂົ້າຮ່ວມ, ເຊື່ອມຕໍ່ແຫຼ່ງທຶນກັບບັນດາເສົາຄ້ຳພັດທະນາເສດຖະກິດຍຸດທະສາດ, ນັບແຕ່ອຸດສາຫະກຳອັດສະລິຍະ, ການຫັນປ່ຽນສີຂຽວ ຕະຫຼອດຮອດເສດຖະກິດດີຈີຕອນຢູ່ເຂດເມືອງໃຫຍ່ຈຳນວນໜຶ່ງ".