• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫຼວງ ຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາ Sea Games 31 ແລະ Para Games 11

      ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢື່ນໃບສະເໜີ, ລາຍງານຕໍ່ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ...

ທ່ານຫງວຽນຊວນຟຸກ ມອບໝາຍໃຫ້ຂະແໜງກິລາ ຈັດຕັ້ງ Sea Games 31 ໃຫ້ເປັນຢ່າງດີ
(ພາບ: Quang Hiếu/VGP)
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຫັນດີເປັນເອກະພາບຕໍ່ເລື່ອງນະຄອນ ຮ່າໂນ້ຍ ແມ່ນທ້ອງຖິ່ນເປັນເຈົ້າພາບຈັດຕັ້ງ Sea Games 31 ແລະ Para Games 11 ໃນປີ 2021. ເພື່ອຮັບປະກັນໃຫ້ວິວັດການກະກຽມ, ຜັນຂະຫຍາຍຖືກຕາມຂໍ້ກຳນົດ, ເຄັ່ງຂັດ, ມີປະສິດທິຜົນ, ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢື່ນໃບສະເໜີ, ລາຍງານຕໍ່ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນເດືອນກໍລະກົດປີ 2018 ເພື່ອຂໍຄຳເຫັນກ່ຽວກັບແຜນນະໂຍບາຍເປັນເຈົ້າພາບຈັດຕັ້ງ Sea Games 31 ແລະ Para Games 11 ໃນປີ 2021 ຢູ່ນະຄອນ ຮ່າໂນ້ຍ, ບົນພື້ນຖານນັ້ນກໍ່ປະກາດເຖິງສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ ຊາບຢ່າງເປັນທາງການ.
        ເລື່ອງເປັນເຈົ້າພາບຈັດຕັ້ງ Sea Games 31 ແລະ Para Games 11 ໃນປີ 2021 ນັ້ນທັງແມ່ນຄວາມຮັບຜິດຊອບ, ທັງເປັນກຽດສັກສີຂອງ ຫວຽດນາມ, ເຊິ່ງປະກອບສ່ວນຊຸກຍູ້ຂະບວນການກິລາພາຍໃນປະເທດ, ໂຄສະນາພາບພົດປະເທດຊາດ, ປະຊາຊົນ ຫວຽດນາມ ເຖິງເພື່ອນມິດສາກົນ.
 (ແຫຼ່ງຄັດຈາກ VOV)
 

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

Top