• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫລວງວຽງຈັນ, ປະເທດລາວ ຈັດສັບປະດາສະອາດ ຕ້ອນຮັບປີໃໝ່ລາວ

ໃນໂອກາດ ສະເຫລີມ ສະຫລອງ ບຸນປີໃໝ່ລາວ ພສ 2562 ນະຄອນຫຼວງວຽງຈັນ, ລາວ ໄດ້ຈັດງານ ສັບປະດາ ວຽງຈັນ ສະອາດ ໂດຍໄດ້ ກຳນົດ ເອົາວັນທີ 1-7 ເມສາ ຂອງທຸກໆປີ ເພື່ອເປັນການຕ້ອນ ຮັບປີໃໝ່ລາວ ທັງເປັນ ການປະ ຕິບັດ ປີທ່ອງ ທ່ຽວລາວ ແລະ ສ້າງໃຫ້ ນະຄອນ ຫຼວງວຽງຈັນ ເປັນຕົວເມືອງ ທີ່ໜ້າຢູ່.
ສັບປະດາ ວຽງຈັນ ສະອາດ ໄດ້ເລີ່ມ ປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະຕິບັດຕາມມະຕິ ກອງປະຊຸມ ປະຈຳເດືອນ ມີນາ 2018 ຄັ້ງວັນທີ 15-16 ມີນາ 2018 ຂອງອົງການ ປົກຄອງ ນະຄອນ ຫລວງວຽງຈັນ ໂດຍເປັນ ເອກະພາບ ຈັດຕັ້ງ ປະຕິບັດ ທົ່ວນະຄອນ ຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”.

ທຸກພາກສ່ວນໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ຂະບວນການເຮັດອະນາໄມ ຄວາມສະອາດ ໃນຂອບເຂດ ບ້ານເຮືອນ ແລະ ສຳນັກງານ ອົງການຂອງຕົນ 

ສະນັ້ນ ເພື່ອເຮັດໃຫ້ ນະຄອນ ຫລວງວຽງຈັນ ມີຄວາມສະອາດງາມຕາ, ໜ້າຢູ່, ໜ້າຊົມ ແລະ ເປັນທີ່ເອກອ້າງ ຕໍ່ແຂກຕ່າງດ້າວ ທ້າວຕ່າງແດນ ກໍຂໍເຊີນຊວນ ໃຫ້ທຸກພາກສ່ວນໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ຂະບວນການ ສັບປະດາ ວຽງຈັນ ສະອາດ ຢ່າງເປັນເຈົ້າການ ດ້ວຍການ ຮ່ວມມືກັນ ເຮັດອະນາໄມ ຄວາມສະອາດ ໃນຂອບເຂດ ບ້ານເຮືອນ ແລະ ສຳນັກງານ ອົງການຂອງຕົນ ກ່ອນການສະເຫລີມສະຫລອງ ບຸນປີໃຫມ່ລາວ ເພື່ອຄວາມສະອາດ, ສວຍງາມ ແລະ ຄວາມເປັນສີລິມຸງຄຸນ ເຊິ່ງກິດຈະກຳ ດັ່ງກ່າວ ແມ່ນນອນໃນ 8 ສະອາດ ຕາມອົງການ ປົກຄອງ ໄດ້ກຳນົດໄວ້ຄື: ຖະໜົນຫົນທາງສະອາດ, ຄອງຮ່ອງນໍ້າສະອາດ, ເຄຫາສະຖານ ສະອາດ, ພາຫະນະສະອາດ, ສາທາລະນຸປະໂພກ ສະອາດ, ໂຮງຈັກໂຮງງານສະອາດ, ການບໍລິໂພກອາຫານສະອາດ, ນໍ້າ ແລະ ອາຫານສະອາດ. ໃນ 8 ກິດຈະກຳນີ້ ແມ່ນທຸກຄົນ, ທຸກຄອບຄົວ ໃນບ້ານ ແຕ່ລະເມືອງ ແຕ່ລະ ສຳນັກງານ ຕ້ອງໄດ້ ເປັນເຈົ້າ ການແກ້ໄຂ ເພື່ອເຮັດໃຫ້ ນະຄອນ ຫລວງວຽງຈັນ ມີໂສມໜ້າໃໝ່ ທີ່ສະອາດ ຈົບງາມ ສົມກັບຄຳຂວັນ 5 ຮ່ວມທີ່ ນະຄອນ ຫລວງວຽງຈັນ ວາງອອກຄື: ຮ່ວມຢູ່, ຮ່ວມປົກປັກຮັກສາ, ຮ່ວມພັດທະນາ, ຮ່ວມແກ້ໄຂບັນຫາ ແລະ ຮ່ວມກ້າວໄປສູ່ ຄວາມຈະເລີນວັດຖະນາ. 

 
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top