• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້າຍປີ 2019 ຫວຽດນາມ ຈະມີຫຼາຍກວ່າ 50% ຕາແສງ ບັນລຸມາດຕະຖານຊົນນະບົດໃໝ່

ທ້າຍປີ 2019, ຈະມີຫຼາຍກວ່າ 50% ຂອງຈໍານວນຕາແສງທັງໝົດ ບັນລຸມາດຕະຖານຊົນນະບົດໃໝ່, ປະຕິບັດສໍາເລັດກ່ອນ 01 ປີ ເມື່ອທຽບໃສ່ຄໍາຮຽກຮ້ອງຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ທີ່ໄດ້ວາງອອກ.
 
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:  Congthuong.vn)

“ຕີລາຄາໂດຍໄວ ເພື່ອສ້າງກົກໄກ, ນະໂຍບາຍ ແລະ ຄາດຄະເນງົບປະມານໃນການລົງທຶນສາທາລະນະໄລຍະກາງ ເພື່ອຜັນຂະຫຍາຍປະຕິບັດຢ່າງທັນການ ພາຍຫຼັງເລີ່ມຕົ້ນໄລຍະ 2021 – 2025”. ຄໍາຮຽກຮ້ອງດັ່ງກ່າວ ໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຍົກອອກມາໃນກອງປະຊຸມບັນດາຄະນະຊີ້ນໍາທີ່ກ່ຽວຂ້ອງເຖິງ ການກະກຽມສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິຂອງສູນກາງ ກ່ຽວກັບເສດຖະກິດລວມໝູ່, ສະຫຼຸບ 5 ປີ ແຫ່ງການປະຕິບັດມະຕິຂອງສູນກາງ ແລະ ດໍາລັດຂອງລັດຖະບານ ກ່ຽວກັບການສັບຊ້ອນ, ປ່ຽນແປງໃໝ່, ຍົກສູງການເຄື່ອນໄຫວຂອງບັນດາບໍລິສັດກະສິກໍາ - ປ່າໄມ້ ແລະ ສະຫຼຸບ 10 ປີ ແຫ່ງການກໍ່ສ້າງຊົນນະບົດໃໝ່ໃນປີ 2019 ທີ່ຖືກຈັດຂຶ້ນໃນຕອນເຊ      ົ້າວັນທີ 15 ກໍລະກົດ ຢູ່ຮ່າໂນ້ຍ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າ ທ້າຍປີ 2019, ຈະມີຫຼາຍກວ່າ 50% ຂອງຈໍານວນຕາແສງທັງໝົດ ບັນລຸມາດຕະຖານຊົນນະບົດໃໝ່, ປະຕິບັດສໍາເລັດກ່ອນ 01 ປີ ເມື່ອທຽບໃສ່ຄໍາຮຽກຮ້ອງຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ທີ່ໄດ້ວາງອອກ. ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ຕ້ອງສະຫຼຸບວຽກງານໃຫ້ລະອຽດ, ພິເສດ ແມ່ນບັນດາຮູບແບບຊົນນະບົດໃໝ່ທີ່ເປັນແບບຢ່າງ, ກໍ່ສ້າງຊົນນະບົດ. ປັດຈຸບັນ ມີຫຼາຍກວ່າ 50% ຈໍານວນສະຫະກອນທັງໝົດ ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ໃນທົ່ວປະເທດໄດ້ມີສະຫະກອນຫຼາຍກວ່າ 14.700 ແຫ່ງ. 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top