• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນແຫ່ງຕ່າງໆຂອງຫວຽດນາມ ເພີ່ມທະວີການປ້ອງກັນ ແລະ ຕ້ານໂລກລະບາດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂຣນາ ຢູ່ບັນດາເຂດອຸດສາຫະກໍາ, ທ່າກໍ່າປັ່ນ

      ທ້ອງຖິ່ນບາງແຫ່ງທີ່ມີເຂດອຸດສາຫະກໍາ, ທ່າກໍ່າປັ່ນໃນທົ່ວປະເທດ ໄດ້ຜັນຂະຫຍາຍຫຼາຍມາດຕະການປ້ອງກັນ, ຕ້ານໂລກລະບາດ.

ເພີ່ມທະວີການກວດອຸນຫະພຸມຂອງຜູ້ອອກແຮງງານຢູ່ເຂດເສດຖະກິດ 
      ໃນສະພາບການຜັນແປສັບສົນຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄໂຣນານັ້ນ, ທ້ອງຖິ່ນບາງແຫ່ງທີ່ມີເຂດອຸດສາຫະກໍາ, ທ່າກໍ່າປັ່ນໃນທົ່ວປະເທດ ໄດ້ຜັນຂະຫຍາຍຫຼາຍມາດຕະການປ້ອງກັນ, ຕ້ານໂລກລະບາດຄື: ກວດກາ, ຕິດຕາມອາການສຸຂະພາບຂອງຊາວຜູ້ອອກແຮງງານ, ພິເສດແມ່ນແຮງງານຕ່າງປະເທດ ຢູ່ບັນດາເຂດທີ່ເກີດພະຍາດດັ່ງກ່າວ; ຄວບຄຸມຜູ້ຄົນທີ່ເຮັດວຽກຢູ່ກໍ່າປັ່ນລໍາຕ່າງໆທີ່ເຂົ້າທຽບທ່າຢູ່ທ່າກໍ່າປັ່ນ...
        ທ່ານໂຮ່ມິງເນັນ, ຜູ້ອໍານວຍການສູນຄວບຄຸມພະຍາດຢູ່ແຂວງ ກວ໋າງຫງ໋າຍ ໃຫ້ຮູ້ວ່າ ບັນດາວິສາຫະກິດໃນບໍລິເວນເຂດເສດຖະກິດ ຢຸງກວ໊ດ ໄດ້ແຍກຕົວຜູ້ອອກແຮງງານຄົນຈີນທີ່ກັບມາເຮັດວຽກຄືນໃໝ່ຈໍານວນ 227 ຄົນ ໃຫ້ຢູ່ເຂດຕ່າງຫາກ. ທ່ານກ່າວວ່າ:
        ພວກຂ້າພະເຈົ້າ ໄດ້ເຮັດວຽກໂດຍກົງກັບພະນັກງານແພດໝໍຂອງບໍລິສັດ, ໂຮງຈັກໂຮງງານ, ແນະນໍາບັນດາມາດຕະການປ້ອງກັນ, ແຍກຜູ້ສົງໄສຕິດພະຍາດໃຫ້ຢູ່ຕ່າງຫາກ ແລະ ຕິດຕາມອາການສຸຂະພາບຂອງຊາວຜູ້ອອກແຮງງານທີ່ມາຈາກເຂດຕິດພະຍາດ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ນີ້”. 
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top