• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ຕິດ​ປ້າຍ​ລະ​ນຶກ, ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນ ຢູ່ບ​ຣາ​ຊິນ

ປ້າຍລະນຶກ, ເຊີດຊູປະທານໂຮ່ຈີມິນ ໄດ້ຂຽນຢ່າງຈະແຈ້ງມໍລະດົກປະຕິວັດ ອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ແລະ ເຫດການປະທານໂຮ່ຈີມິນ ມາ Rio de Janeiroໃນຂະບວນວິວັດແຫ່ງການເດີນທາງໄປຊອກຫາເສັ້ນທາງກູ້ຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີຕິດປ້າຍລະນຶກ, ເຊີດຊູປະທານໂຮ່ຈີມິນ ຢູ່ບຣາຊິນ (ພາບ: TTXVN)

ຕອນບ່າຍວັນທີ 17 ພະຈິກ, ໃນຂອບເຂດການເດີນທາງໄປປະຕິບັດງານຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶນແຖວໜ້າໂລກ (G20) ຢູ່ນະຄອນ Rio de Janeiro,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ຕິດປ້າຍລະນຶກ, ເຊີດຊູປະທານໂຮ່ຈີມິນ ຢູ່ນະຄອນ Rio de Janeiro ເຊິ່ງແມ່ນສະຖານທີ່ປະທານໂຮ່ຈີມິນເຮັດວຽກໃນຂະບວນວິວັດແຫ່ງການເດີນທາງໄປຊອກຫາເສັ້ນທາງກູ້ຊາດໃນປີ 1912. ປ້າຍລະນຶກ, ເຊີດຊູປະທານໂຮ່ຈີມິນ, ຖືກຕັ້ງຢູ່ຄຸ້ມຖະໜົນ Sata Teresa ໂດຍມີສອງພາສາ ຫວຽດນາມ - ປອກຕຸຍການ, ໄດ້ຂຽນຢ່າງຈະແຈ້ງມໍລະດົກປະຕິວັດ ອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ແລະ ເຫດການປະທານໂຮ່ຈີມິນ ມາ Rio de Janeiroໃນຂະບວນວິວັດແຫ່ງການເດີນທາງໄປຊອກຫາເສັ້ນທາງກູ້ຊາດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນຫວຽດນາມ ຢູ່ ບຣາຊິນ ດ້ວຍຫົວຂໍ້ “ເຕົ້າໂຮມສິ່ງຍອດຍິ່ງວັດທະນະທຳນັບພັນປີ - ບຸກບືນໃນສັງກາດຮັ່ງມີເຂັ້ມແຂງ, ວັດທະນາຖາວອນ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top