• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Marcel Winter ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ ເຊັກໂກ-ຫວຽດນາມຄືນໃໝ່


ທ່ານ Marcel Winter, ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ອາ​ຍຸ​ການ 2017 2019 ຄືນ​ໃໝ່
(​ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)
      ວັນ​ທີ 10/12, ຢູ່ ປ​ຣາ​ຮາ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ອາ​ຍຸ​ການ 2017 – 2019 ແລະ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ເປັນ​ຂີດ​ໝາຍ​ເຫດ​ການ​ສະ​ມາ​ຄົມ​ຄົບ​ຮອບ 20 ປີ. ທ່ານ Marcel Winter, ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ອາ​ຍຸ​ການ 2017 – 2019 ຄືນ​ໃໝ່. ທ່ານ Winter ໃຫ້​ຮູ້​ວ່າ: ໃນ​ອາ​ຍຸ​ການ​ໃໝ່, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ແຜນ​ການ​ມະ​ຫາ​ພາກ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ກໍ່​ຄື​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ອື່ນໆ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ. ເຊັກ​ໂກ ໃນ​ການ​ເຄື່ອນ​ໄຫວ​ສັງ​ຄົມ, ກຸ​ສົນ, ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ໜູ​ນ​ຊ່ວຍ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ ຊາວ ຫວຽດ​ນາມ ເຂົ້າ​ສັງ​ຄົມ ເຊັກ​ໂກ​ ກ່​ວາ​ອີກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top