• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Macron ຕັດສິນໃຈຮັກສາຕຳແໜ່ງປະທານາທິບໍດີ ຝລັ່ງ ຮອດເວລາໝົດອາຍຸການໃນປີ 2027

ທ່ານປະທານາທິບໍດີ Macron ໄດ້ຢືດໝັ້ນປະຕິເສດຄຳຮຽກຮ້ອງໃຫ້ລາອອກຈາກຕຳແໜ່ງຈາກຝ່າຍຄ້ານ
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: AFP/TTXVN)

ໃນບົດກ່າວປາໄສຕໍ່ປະຊາຊົນໃນວັນທີ 05 ທັນວາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຄຳໝັ້ນສັນຍາຈະແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ “ໃນຊຸມມື້ຈະມາເຖິງ” ພາຍຫຼັງທ່ານນາຍົກລັດຖະມົນຕີ Michel Barnier ລາອອກຈາກຕຳແໜ່ງ ຍ້ອນລັດຖະບານຖືກລົ້ມລະລາຍໃນການປ່ອນບັດບໍ່ໄວ້ວາງໃຈໃນວັນທີ 04 ທັນວາ. ຕາມທ່ານປະທານາທິບໍດີ Macron ແລ້ວ, ນາຍົກລັດຖະມົນຕີຄົນໃໝ່ຈະຮັບຜິດຊອບສ້າງຕັ້ງ “ລັດຖະບານຮັບໃຊ້ຜົນປະໂຫຍດລວມ” ດ້ວຍບຸລິມະສິດຮັບຮອງເອົາງົບປະມານ.

ທ່ານປະທານາທິບໍດີ Macron ໄດ້ຢືດໝັ້ນປະຕິເສດຄຳຮຽກຮ້ອງໃຫ້ລາອອກຈາກຕຳແໜ່ງຈາກຝ່າຍຄ້ານ ແລະ ຢືນຢັນວ່າ ທ່ານຈະສືບຕໍ່ດຳລົງຕຳແໜ່ງປະມຸກລັດຂອງ ຝລັ່ງ ຮອດເວລາສິ້ນສຸດອາຍຸການໃນປີ 2027. ນອກນັ້ນ, ທ່ານກໍ່ຍອມຮັບໜ້າທີ່ຮັບຜິດຊອບຕໍ່ຂໍ້ຕົກລົງຮຽກຮ້ອງການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາຂອງທ່ານໃນລະດູແລ້ງປີ 2024, ດ້ວຍໝາກຜົນທີ່ວ່າ ບໍ່ມີພັກໃດຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ອົງການນິຕິບັນຍັດຂອງ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top