• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ນັບແຕ່ ວັນທີ 1 ມີນາ.

ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Kim Jong-Un ປະທານ   ສປປ.ເກົາຫຼີ.

ໃນຕອນບ່າຍວັນທີ 1 ມີນາ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ອາດຈະເປັນເຈົ້າພາບໃນພິທີຕ້ອນຮັບທ່ານ Kim Jong-Un ປະທານ ສປປ.ເກົາຫຼີ. ພາຍຫຼັງພິທີຕ້ອນຮັບ, ການນຳທັງສອງປະເທດຈະດຳເນີນການເຈລະຈາ.

ໃນຕອນຄ່ຳວັນດຽວກັນ, ທ່ານ ຫງວຽນຟູຈ້ອງ ຈະເປັນເຈົ້າພາບງານລ້ຽງຕ້ອນຮັບທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ແລະ ຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຫວຽດນາມ ແລະ ສປປ.ເກົາຫຼີ ມີ ການພົວພັນມາແຕ່ດົນນານ. ປະຊາຊົນທັງສອງປະເທດ ໄດ້ສະໜັບສະໜູນ, ຊ່ວຍເຫຼືອກັນ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ຫວຽດນາມຢັ້ງຢືນວ່າ ຍາມໃດກໍ່ສະໜັບສະໜູນ ສປປ.ເກົາຫຼີ ໃນການພັດທະນາ ເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ທ່ານ ຫງວຽນຟູຈ້ອງ ຕີລາຄາສູງບັນດາວິຄວາມຄືບໜ້າໃນແຫຼມເກົາຫຼີ ພ້ອມແລ້ວທີ່ຈະປະກອບສ່ວນ ຊຸກຍູ້ວິວັດການເຈລະຈາ, ສ້າງພື້ນຖານສັນຕິພາບທີ່ຍາວນານ, ແກ້ໄຂບັນຫານິວເຄຼີຍໂດຍສັນຕິວິທີໃນແຫຼມເກົາຫຼີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top