• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຟາມ​ມິງ​ຈິ້ງ ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ເຂົ້າ​​ຢ້ຽມ​ອຳ​ລາ

ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈ, ການຊ່ວຍເຫຼືອຂອງ ພັກ-ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.
  ທ່ານ ຟາມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ແສງເພັດ ຮ່ວງບຸນຍວງເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ (ພາບ: TTXVN)  

ຕອນບ່າຍວັນທີ 14 ກັນຍາ, ທີ່ທຳນຽບລັດຖະບານ, ທ່ານ ຟາມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ແສງເພັດ ຮ່ວງບຸນຍວງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດຈົບວາລະການດຳລົງຕຳແໜ່ງ ທີ່ຫວຽດນາມ.

ທີ່ພິທີຮັບຕ້ອນ, ທ່ານ ຟາມມິງຈິ້ງ ໄດ້ ຊົມເຊີຍ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ປະສົບຜົນສຳເລັດຢ່າງຈົບງາມຕາມວາລະການດຳລົງຕຳແໜ່ງຂອງຕົນ ທີ່ຫວຽດນາມ ແລະ ມີຄວາມເປັນກຽດທີ່ ພັກ, ລັດ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ທ່ານເອກອັກຄະລັດຖະທູດເນື່ອງຈາກທ່ານໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈ, ການຊ່ວຍເຫຼືອຂອງ ພັກ-ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ; ສະແດງຄວາມເອກອ້າງທະນົງໃຈຍ້ອນວ່າໄດ້ມານະພະຍາຍາມ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງການນຳຂັ້ນສູງ ແລະ ປະຊາຊົນສອງປະເທດ ກໍ່ຄືປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ເພີ່ມພູນຄູນສ້າງສາຍພົວພັນຂອງສອງປະເທດ./.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top