• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ ເຈິ່ນ​ແທັງເມິນ ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາ​ມ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນສະຫະພັນໃຫຍ່ກຳ​ມະ​ບານ ສ​ປ​ປ.ເກົາຫຼີ

ທ່ານ Ju Yong Gil ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ປະຊາຊົນສອງປະເທດ.

 ທ່ານ ເຈິ່ນແທັງເມິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Ju Yong Gil, ກຳມະການສູນກາງພັກແຮງງານສປປ.ເກົາຫຼີ (ພາບ: TTXVN)

ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເມິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນໃຫຍ່ກຳມະບານ ສປປ.ເກົາຫຼີ ໂດຍທ່ານ Ju Yong Gil, ກຳມະການສູນກາງພັກແຮງງານສປປ.ເກົາຫຼີ, ປະທານສະຫະພັນໃຫຍ່ກຳມະບານ ສປປ.ເກົາຫຼີ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເມິນສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງສະຫະພັນໃຫຍ່ກຳມະບານສປປ.ເກົາຫຼີບັນລຸໄດ້ ໃນວິວັດການກໍ່ສ້າງ, ພັດທະນາປະເທດຊາດ, ພ້ອມທັງມີຄວາມຫວັງວ່າ ພາຍໃຕ້ການຊີ້ນຳຂອງພັກແຮງງານ ສປປ.ເກົາຫຼີ, ປະຊາຊົນ ສປປ.ເກົາຫຼີ ຈະສືບຕໍ່ບັນລຸໄດ້ຫຼາຍຜົນງານໃໝ່ ແລະ ໃຫຍ່ຫຼວງກ່ວາເກົ່າໃນພາລະກິດການສ້າງສາ, ພັດທະນາປະເທດຊາດ. ທ່ານ ເຈິ່ນແທັງເມິນ ຢັ້ງຢືນວ່າ: ພັກ, ລັດ ຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ອົງການກຳມະບານສອງປະເທດເພີ່ມທະວີການຮ່ວມມື, ຈັດຕັ້ງບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສອງປະເທດໃນປີ 2020, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

        ທີ່ການຕ້ອນຮັບ, ທ່ານ Ju Yong Gil ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການການເມືອງ, ເສດຖະກິດ, ສັງຄົມກໍ່ຄືຂະບວນການກຳມະກອນ ແລະ ກຳມະບານ ສປປ.ເກົາຫຼີ, ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top