ຂ່າວສານ
ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ຍື່ນສານຕາຕັ້ງຕໍ່ຜູ້ມີອຳນາດເຕັມແຫ່ງອົດສະຕາລີ

ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ຍື່ນສານຕາຕັ້ງຕໍ່ຜູ້ມີອຳນາດເຕັມແຫ່ງອົດສະຕາລີ
ວັນທີ 27 ພະຈິກ, ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງອົດສະຕາລີ. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ David Hurley ຫວັງວ່າສອງປະເທດຈະສືບຕໍ່ເສີມຂະຫຍາຍທ່າພັດທະນາການພົວພັນທີ່ມີຢູ່ໃນປັດຈຸບັນ ເພື່ອຍູ້ແຮງການຮ່ວມມືທັງສອງຝ່າຍກໍ່ຄືໃນບັນດາບັນຫາພາກພື້ນ ແລະ ສາກົນ.
ສ່ວນທ່ານ ເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ກໍ່ຫວັງວ່າ ສອງປະເທດຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການພັດທະນາວັກຊິນກັນພະຍາດ ໂຄວິດ ກໍ່ຄືການພັດທະນາເສດຖະກິດ ໃນໄລຍະຫຼັງໂຄວິດ, ທ່ານກໍ່ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ ທ່ານຈະເຮັດສຸດຄວາມສາມາດເພື່ອຊຸກຍູ້ການພົວພັນທີ່ດີງາມລະຫວ່າງສອງປະເທດ.
(ແຫຼ່ງຄັດຈາກ VOV)