• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ລົງ​ຢ້ຽມ​ຢາມ​ພະ​ນັກ​ງານ, ນັກ​ຮົບ ກອງພົນ​ໃຫຍ່ 34 ແລະ ແມ່​ທັບ​ນ້ອຍ 15

ໃນຂອບເຂດການປະຕິບັດງານຢູ່ຢາລາຍ ຕອນບ່າຍວັນທີ 6 ມັງກອນ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບ ກອງພົນໃຫຍ່ 34 ແລະ ແມ່ທັບນ້ອຍ 15.
ທ່ານເລຂາທິການໃຫຍ່ ໂຕເລິມ ລົງຢ້ຽມຢາມພະນັກງານ, ນັກຮົບ ກອງພົນໃຫຍ່ 34

ໂດຍຍ້ອງຍໍສັນລະເສີນບັນດາຜົນສຳເລັດເບື້ອງຕົ້ນທີ່ເປັນໜ້າຊື່ນຊົມຂອງກອງພົນໃຫຍ່ 34, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ ກອງພົນໃຫຍ່ ຕ້ອງສຸມໃສ່ກະກຽມ ແລະ ຈັດຕັ້ງສຳເລັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ອາຍຸການ 2025 – 2030, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດທຸກວິທີການຮົບປ້ອງກັນຂົງເຂດ, ປ້ອງກັນພົນລະເຮືອນ ໃຫ້ສົມບູນແບບ, ເໝາະສົມກັບການສັບຊ້ອນກຳລັງໃໝ່ຂອງກອງທີ່ການເຮັດວຽກກັບ ແມ່ທັບນ້ອຍ 15 ກ່ຽວກັບໝາກຜົນປະຕິບັດໜ້າທີ່ເສດຖະກິດ ສັງຄົມ ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ແມ່ທັບນ້ອຍ 15 ແມ່ນໜຶ່ງໃນບັນດາຮູບແບບກົມກອງເສດຖະກິດ - ປ້ອງກັນຊາດທຳອິດໃນທ້ອງຖິ່ນຍຸດທະສາດ, ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການການກໍ່ສ້າງ ເຂດປ້ອງກັນຢ່າງໝັ້ນແກ່ນ ແລະ ເຂົ້າຮ່ວມພາລະກິດປ່ຽນແປງໃໝ່, ຍົກສູງຊີວິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມໃນບໍລິເວນຍຸດທະສາດເຂດໄຕງວຽນຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top