• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ​ປຸ່ນ (JBIC)

ຕອນບ່າຍວັນທີ 04 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi, ປະທານສະພາບໍລິຫານທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC) ເຊິ່ງພວມຢ້ຽມຢາມ ແລະ ເຮັດດຽກຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Maeda Tadashi, ປະທານສະພາບໍລິຫານທະນາຄານຮ່ວມມືສາກົນຍີ່ປຸ່ນ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນກັບ ຍີ່ປຸ່ນ ເປັນສຳຄັນ; ທ່ານຖືວ່າ ບັນດາບັນຫາເຊິ່ງລັດຖະບານ ຍີ່ປຸ່ນ ແລະ JBIC ມີຄວາມສົນໃຈ ກໍແມ່ນບັນດາບຸລິມະສິດບຸກທະລຸກຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ມີພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ເຕັກໂນໂລຢີດີຈີຕອນ.

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ ຍີ່ປຸ່ນ ແລະ JBIC ສືບຕໍ່ຮ່ວມເດີນທາງກັບການພັດທະນາຂອງ ຫວຽດນາມ, ພ້ອມທັງເອົາໃຈໃສ່ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ເຂດອະນຸພາກພື້ນແມ່ນ້ຳຂອງ ນັບທັງພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, big data.

ສ່ວນທ່ານ Maeda Tadashi ຢັ້ງຢືນວ່າ ລັດຖະບານ ຍີ່ປຸ່ນ, ໃນນັ້ນ ມີທະນາຄານຮ່ວມມືສາກົນ ຍີ່ປຸ່ນ, ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ, ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ, ຜ່ານນັ້ນ ກໍ່ຕັ້ງໜ້າໂຄສະນາແກ່ການພັດທະນາຂອງ ຫວຽດນາມ  ແລະ ການພົວພັນ ຫວຽດນາມ - ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top