• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ພົບ​ປະ​ກ​ັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຮ່າ​ໂນ້ຍ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ ຮັບເອົາຄຳເຫັນຢ່າງສຸດຈິດສຸດໃຈ, ຊັດເຈັນ, ຕິດແທດກັບຕົວຈິງ ຂອງຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍຢູ່ 3 ເມືອງດັ່ງກ່າວ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການພົບປະ

ໂດຍປະຕິບັດຕາມລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນຈັດກອງປະຊຸມສະໄໝສາມັນເທື່ອທີ VI ຂອງສະພາແຫ່ງຊາດຊຸດທີ XV ຕອນເຊົ້າວັນທີ 14 ຕຸລາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ພ້ອມກັບສະມາຊິກສະພາແຫ່ງຊາດ ຫົວໜ່ວຍເລືອກຕັ້ງເລກ 1 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ 3 ເມືອງຂອງນະຄອນຫຼວງຮ່າໂນ້ຍນັ້ນແມ່ນ: ດົ່ງດາ, ຮາຍບ່າຈຶງ, ບາດິ່ງ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ ຮັບເອົາຄຳເຫັນຢ່າງສຸດຈິດສຸດໃຈ, ຊັດເຈັນ, ຕິດແທດກັບຕົວຈິງ ຂອງຜູ້ມີສິດເລືອກຕັ້ງເປັນຈຳນວນຫຼາຍຢູ່ 3 ເມືອງດັ່ງກ່າວ, ທ່ານເນັ້ນໜັກວ່າ ຜູ້ມີສິດເລືອກຕັ້ງມີບົດບາດສຳຄັນໃນການຕິດຕາມກວດກາ, ຕີລາຄາຄຸນນະພາບວິວັດການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຊີ້ແຈ້ງວ່າ:

ເປັນຫຍັງກ່ອນຈັດກອງປະຊຸມແຕ່ລະເທື່ອ, ພວກເຮົາກໍ່ຕ້ອງພົບປະກັບຜູ້ມີສິດເລືອກຕັ້ງ? ຖັດຈາກນັ້ນ ພາຍຫຼັງກອງປະຊຸມ ຕ້ອງລາຍງານໝາກຜົນ ຂໍຄຳເຫັນຂອງຜູ້ມີສິດເລືອກຕັ້ງ? ເປົ້າໝາຍແມ່ນເພື່ອໃຫ້ຜູ້ມີສິດເລືອກຕັ້ງປະກອບຄຳເຫັນໃຫ້ແກ່ສະພາແຫ່ງຊາດ. ສະພາແຫ່ງຊາດ ຈະພິຈາລະນາວ່າ ກົດໝາຍໄດ້ສ່ອງແສງຢ່າງຖືກຕ້ອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງທີ່ບໍ່ ແລະ ໄດ້ຜັນຂະຫຍາຍຖືກຕາມແນວທາງຂອງພັກ, ລັດບໍ່. ຂ້າພະເຈົ້າຖືວ່າ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີບົດບາດສຳຄັນໃນການເຄື່ອນໄຫວຕິດຕາມກວດກາ. ນີ້ແມ່ນສິ່ງຈຳເປັນໂດຍພື້ນຖານ ແລະ ທັງໝົດນັ້ນໄດ້ຮັບການກຳນົດໄວ້ໃນກົດໝາຍ. ຄຳເຫັນຂອງປະຊາຊົນແມ່ນສຳຄັນທີ່ສຸດ ຍ້ອນວ່າ ປະຊາຊົນເປັນຜູ້ຊົມໃຊ້ ແລະ ໄດ້ຮັບຜົນປະໂຫຍດໂດຍກົງ ແລະ ເຂົ້າໃຈທຸກສິ່ງທຸກຢ່າງ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນສະພາແຫ່ງຊາດນະຄອນ ຫາຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໂດເຊີນ, ນະຄອນ ຫາຍຟ່ອງ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ VI ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະດຳເນີນເປັນ 2 ຄັ້ງ, ແຕ່ວັນທີ 23 ຕຸລາ ແລະ ຄາດວ່າຈະສິ້ນສຸດລົງໃນວັນທີ 29 ພະຈິກ. ທີ່ກອງປະຊຸມ, ຄາດວ່າ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 09 ສະບັບ ແລະ ຮ່າງມະຕິກຳນົດກົດໝາຍ 03 ສະບັບ; ປະກອບຄຳເຫັນໃສ່ຮ່າງກົດໝາຍ 08 ສະບັບ; ພິຈາລະນາບັນດາຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍທີ່ຢູ່ອາໄສ (ສະບັບປັບປຸງ), ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມື, ພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

Top