• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ​ຢັ້ງ​ຢືນ​ວ່າ ການ​ນຳ​ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ, ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ສອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ກໍ່​ຄື​ກະ​ຊວງ​ພາຍ​ໃນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ແລກ​ປ່ຽນ, ແບ່ງ​ປັນ​ປະ​ສົບ​ການ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ
  ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ ສີ​​ໃສ ລື​ເດ​ດ​ມູນ​ສອນ , ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດລາວ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 29 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ຕ້ອນ​ຮັບ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ໂດຍ​ທ່ານ​ນາງ ສີ​​ໃສ ລື​ເດ​ດ​ມູນ​ສອນ , ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດລາວ ​ນຳ​ໜ້າ, ພວມ​ຢ້ຽມ​ຢາມ​ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທີ່​ການ​ຕ້ອນ​ຮັບ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ​ຢັ້ງ​ຢືນ​ວ່າ ການ​ນຳ​ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ, ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ສອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ກໍ່​ຄື​ກະ​ຊວງ​ພາຍ​ໃນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ແລກ​ປ່ຽນ, ແບ່ງ​ປັນ​ປະ​ສົບ​ການ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ ຫວຽດ​ນາມ ຫາ​ກໍ່​ດຳ​ເນີນ​ການ​ສະຫຼຸ​ບ​ເບື້ອງ​ຕົ້ນ 1 ປີ​ແຫ່ງ​ການ​ເຄື່ອ​ນ​ໄຫວ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ທ້​ອງ​ຖິ່ນ​ສອງ​ຂັ້ນ ແລະ ລາວ​ຫາ​ກໍ່​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ, ປັບ​ປຸງ​ກົງ​ຈັກ​ຢູ່​ຂັ້ນ​ສູນ​ກາງ​ໃຫ້​ກະ​ທັດ​ລັດ​ລົງ, ສ້າງ​ຂັ້ນ​ຕາ​ແສງ​ຄືນ.

ສ່ວນ​ທ່ານ​ນາງ ສີ​​ໃສ ລື​ເດ​ດ​ມູນ​ສອນ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​​ ເນັ້ນ​ໜັກ​ວ່າ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້​ອ​ອັນ​ດີ​ງາມ, ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ກະ​ຊວງ​ພາຍ​ໃນ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້​ນ​ສູງ​ສອງ​ພັກ, ສອງ​ລັດ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ມິ​ດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ​ໃຫ້​ນັ​ບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທໍ​າ ຮ່າ​ໂນ້ຍ ແທ້ໆ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເລື່ອງ​ລາວ ຮ່າ​ໂນ້ຍ - ມື້​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແທ້ໆ” ແມ່ນ​ຜະ​ລິດ​ຕະ​ພັນຫຼ້າ​ສຸດ ໂດຍ​ໂຮງ​ລະ​ຄອນຟ້ອນ​ລຳ ທັງ​ລອງ ໄດ້​ແນະ​ນຳ​ເຖິງ​ມະ​ຫາ​ຊົນ ໃນ​ຕອນ​ຄ່ຳ​ວັນ​ທີ 30 ກໍ​ລະ​ກົດ, ຢູ່​ໂຮງ​ລະ​ຄອນ​ຟ້ອນ​ລຳ ທັງ​ລອງ (ຮ່າ​ໂນ້ຍ). ​

Top