ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂ, ສະໜັບສະໜູນເພື່ອໃຫ້ສອງຄະນະຈັດຕັ້ງສູນກາງ, ກໍ່ຄືກະຊວງພາຍໃນ ຫວຽດນາມ ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນ, ແບ່ງປັນປະສົບການໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ ສີໃສ ລືເດດມູນສອນ , ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ (ພາບ: VNA)
ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ໂດຍທ່ານນາງ ສີໃສ ລືເດດມູນສອນ , ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນຳໜ້າ, ພວມຢ້ຽມຢາມແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ການນຳພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂ, ສະໜັບສະໜູນເພື່ອໃຫ້ສອງຄະນະຈັດຕັ້ງສູນກາງ, ກໍ່ຄືກະຊວງພາຍໃນ ຫວຽດນາມ ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນ, ແບ່ງປັນປະສົບການໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນໃນສະພາບການ ຫວຽດນາມ ຫາກໍ່ດຳເນີນການສະຫຼຸບເບື້ອງຕົ້ນ 1 ປີແຫ່ງການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ລາວຫາກໍ່ຜັນຂະຫຍາຍການສັບຊ້ອນ, ປັບປຸງກົງຈັກຢູ່ຂັ້ນສູນກາງໃຫ້ກະທັດລັດລົງ, ສ້າງຂັ້ນຕາແສງຄືນ.
ສ່ວນທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໜັກວ່າ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ປະສານສົມທົບຢ່າງແໜ້ນແຟ້ນກັບຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ແລະ ກະຊວງພາຍໃນ ຫວຽດນາມ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ, ຫວຽດນາມ - ລາວໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.