• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່າ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev (ພາບ: VNA)

ທີ່​ການ​ເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ອາ​ແຊັກ​ໄບ​ຊານ ແລະ ພັກ​ກຳ​ອຳ​ນາດ ອາ​ແຊັກ​ໄບ​ຊານ​ໃໝ່; ຢັ້ງ​ຢືນ ອາ​ແຊັກ​ໄບ​ຊານ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ Kavkaz ໃຕ້ ແລະ Caspi. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີມາ​ແຕ່​ດົນ​ນານ​ຄື​ເສ​ດ​ຖະ​ກິດ - ການ​ຄ້າ, ພະ​ລັງ​ງານ - ນ້ຳ​ມັນ​ອາຍ​ແກັດ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສາ​ມາດ, ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ; ປະ​ສານ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (1992-2027), ສືບ​ຕໍ່​ສ້າງ​ກຳ​ລັງ​ຜັກ​ດັນ​ຢ່າງ​ແຮງ​ໃຫ້​ແກ່​ສອງ​ຝ່າຍ​ເພື່ອ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທ​ະສາດ ຫວຽດ​ນາມ - ອາ​ແຊັກ​ໄບ​ຊານ ພັດ​ທະ​ນາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ.

ສ່ວນ​ທ່ານ Ilham Aliyev ສະ​ເໜີ​ສອງ​ຝ່າຍ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຮ່ວມ​ດຳ​ເນີນ​ທຸ​ລະ​ກິດ, ເຂົ້າ​ຮ່ວມ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ໃໝ່, ພະ​ລັງ​ງານ​ທົດ​ແທນ ມີ​ຄວາມ​ເປັນ​ໄດ້​ໄດ້; ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ​ - ການ​ລົງ​ທຶນ​ໃຫ້ຫຼາຍກວ່າ​ອີກ; ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ພັກ ອາ​ແຊັກ​ໄບ​ຊານ ໃໝ່ ແລະ ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ພາຍຫຼັງ​ການ​ເຈ​ລະ​ຈາ​, ການ​ນຳ​ສອງ​ຝ່າຍ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ - ອາ​ແຊັກ​ໄບ​ຊານ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢຶດ​ໝັ້ນ​ຕໍ່​ບັນ​ດາຫຼັກ​ການ​ທີ່​ໄດ້​ວາງ​ອອກ​ໃນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ສ​ສ.ຫວຽດ​ນາມ ແລະ ສ.ອາ​ແຊັກ​ໄບ​ຊານ ທີ່​ໄດ້​ຮັບ​ຮອງ​ເອົາ​ໃນ​ວັນ​ທີ 7/5/2025.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ແລະ ພັນ​ລະ​ຍາ​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ນັບ​ແຕ່​ວັນ​ທີ 19 – 21 ພະ​ຈິກ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI: ຢັ້ງ​ຢືນ​ຈິດ​ໃຈ​ກະ​ທຳ ແລະ ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI: ຢັ້ງ​ຢືນ​ຈິດ​ໃຈ​ກະ​ທຳ ແລະ ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ

ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ໃຫ້​ແກ່​ວຽກ​ງານ​ນິ​ຕິ​ບັນ​ຍັດ, ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ກົດ​ໝາຍ 38 ສະ​ບັບ, ມະ​ຕິ​ດ້ານ​ກົດ​ໝາຍ 5 ສະ​ບັບ, ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 5 ສະ​ບັບ.

Top