ຂ່າວສານ
ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ພົບປະກັບທ່ານ ປະທານສະພາປຶກສາການເມືອງທົ່ວປະເທດ ຈີນ ຫວັງອູໜິງ
ຕອນບ່າຍວັນທີ 14 ເມສາ, ຢູ່ ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານ ຫວັງອູໜິງ ປະທານສະພາປຶກສາດ້ານການເມືອງທົ່ວປະເທດຈີນ.
ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້, ສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາອີກ, ກຳນົດລະດັບສູງໃໝ່ຂອງການຮ່ວມມືສອງຝ່າຍກັບການເຊື່ອມຕໍ່ຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງກ່ວາອີກ, ພ້ອມກັນຫັນເປົ້າໝາຍພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ ການເຊື່ອມຕໍ່3 ປະການກ່ຽວກັບອຸດົມການຄວາມໄວ້ເນື້ອເຊື່ອໃຈ, ຜົນປະໂຫຍດພັດທະນາ ແລະ ວັດທະນະທຳ, ຈິດໃຈປະຊາຊົນ, ທ່ານສະເໜີສອງຝ່າຍຮັກສາການພົບປະຂັ້ນສູງເປັນປະຈຳ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນໃນການຮ່ວມມືຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ - ສະພາປະຊາຊົນ, ແນວໂຮມປະເທດຊາດ - ສະພາປຶກສາດ້ານການເມືອງ, ປັບປຸງເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ສ່ວນທ່ານ ຫວັງອູໜິງ ຢັ້ງຢືນວ່າ ຈີນ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ, ທ່ານສະເໜີສອງຝ່າຍກຳແໜ້ນທິດທາງພັດທະນາການພົວພັນສອງຝ່າຍຢ່າງໝັ້ນແກ່ນ, ພ້ອມກັນຊຸກຍູ້ພາລະກິດຫັນເປັນທັນສະໄໝສັງຄົມນິຍົມຢູ່ແຕ່ລະປະເທດ, ເພີ່ມທະວີກ່ວາອີກການເຊື່ອມຕໍ່ຍຸດທະສາດ, ເປັນຕົ້ນແມ່ນບຸລິມະສິດຍູ້ໄວການເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາບັນຍາປະດິດ, ເສດຖະກິດດີຈີຕອນ.








