• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ການ​ວາງ​ແຜນ​ຜັງ​ກ່ຽວ​ກັບ​ແຮ່​ທາດ ຕ້ອງ​ຄິດ​ໄລ່​ເຖິງ​ການ​ປົກ​ປັກ​ຮັກ​ສາ​ທິວ​ທັດ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ

ການເຄື່ອນໄຫວຂຸດຄົ້ນແຮ່ທາດ ຕ້ອງຕິດພັນກັບໜ້າທີ່ອະນຸລັກຮັກສາຊັບພະຍາກອນ. ໃນການວາງແຜນຜັງ, ຕ້ອງຕີລາຄາຢ່າງຄົບຖ້ວນກ່ຽວກັບການພັດທະນາ ແລະ ຄວາມຄືບໜ້າຂອງເຕັກໂນໂລຢີສຳຫຼວດ, ເຕັກໂນໂລຢີຂຸດຄົ້ນ ແລະ ເຕັກໂນໂລຢີປຸງແຕ່ງ; ຂຸດຄົ້ນຊັບພະຍາກອນແຮ່ທາດຕາມທິດ ປະຢັດມັດທະຍັດ ແລະ ມີປະສິດທິຜົນ.
  ກອງປະຊຸມສະພາກວດກາ, ຢັ້ງຢືນ ແຜນຜັງສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ນຳໃຊ້ແຮ່ທາດຊະນິດຕ່າງໆ ໄລຍະ 2021 – 2030, ວິໄສທັດຮອດປີ 2050 (ພາບ:VOV)  

ຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນໃນກອງປະຊຸມສະພາກວດກາ, ຢັ້ງຢືນ ແຜນຜັງສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ນຳໃຊ້ແຮ່ທາດຊະນິດຕ່າງໆ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ການເຄື່ອນໄຫວຂຸດຄົ້ນແຮ່ທາດ ຕ້ອງຕິດພັນກັບໜ້າທີ່ອະນຸລັກຮັກສາຊັບພະຍາກອນ. ໃນການວາງແຜນຜັງ, ຕ້ອງຕີລາຄາຢ່າງຄົບຖ້ວນກ່ຽວກັບການພັດທະນາ ແລະ ຄວາມຄືບໜ້າຂອງເຕັກໂນໂລຢີສຳຫຼວດ, ເຕັກໂນໂລຢີຂຸດຄົ້ນ ແລະ ເຕັກໂນໂລຢີປຸງແຕ່ງ; ຂຸດຄົ້ນຊັບພະຍາກອນແຮ່ທາດຕາມທິດ ປະຢັດມັດທະຍັດ ແລະ ມີປະສິດທິຜົນ.

“ໃນການວາງແຜນຜັງຄັ້ງນີ້, ຕ້ອງຄິດໄລ່ເຖິງພື້ນຖານໂຄງລ່າງ ແລະ ຕ້ອງແກ້ໄຂໄດ້ບັນຫາລະຫວ່າງ ເສດຖະກິດ ກັບ ສິ່ງແວດລ້ອມ. ການຂຸດຄົ້ນແຮ່ທາດ ແມ່ນວຽກງານທີ່ຈຳເປັນ ແຕ່ຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ສິ່ງແວດລ້ອມ. ດັ່ງນັ້ນ, ການວາງແຜນຜັງ ຕ້ອງຄິດໄລ່ເຖິງການຂຸດຄົ້ນແຮ່ທາດໄປຄຽງຄູ່ກັບການປົກປັກຮັກສາທິວທັດທຳມະຊາດ, ສິ່ງແວດລ້ອມ ແລະ ບັນດາຂະແໜງເສດຖະກິດສີຂຽວອື່ນໆ, ຕ້ອງມີພື້ນຖານໂຄງລ່າງຄົມມະນາຄົມສະເພາະ, ບໍ່ທຳລາຍເຖິງຜົນປະໂຫຍດຂອງປະຊາຊົນ ແລະ ສິ່ງແວດລ້ອມ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top