• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຈີນ​ລິວກວາງ ຕ້ອນ​ຮັບ ການ​ນຳ​ອົງ​ການ KOICA ແລະ ການ​ນຳກອງ​ທຶນ​ເພື່ອ​ສັນ​ຕິ​ພາບ

ຕອນບ່າຍວັນທີ 19 ມີນາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕ້ອນຮັບ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ປະທານກອງທຶນເພື່ອສັນຕິພາບ (ຢີ່ປຸ່ນ).
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ແລະ ທ່ານ Chang Won-sam, ປະທານອົງການ KOICA (ພາບ: TTXVN)

ທີ່ການຕ້ອນຮັບ ທ່ານ Chang Won-sam, ປະທານອົງການ KOICA, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕີລາຄາສູງຕໍ່ແຫຼ່ງທຶນຊ່ວຍເຫຼືອລ້າ ຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ ຫວຽດນາມ ຜ່ານອົງການ KOICA, ຮອດທ້າຍປີ 2023 ໄດ້ບັນລຸປະມານ 600 ລ້ານໂດລາສະຫະລັດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ KOICA ສືບຕໍ່ເພີ່ມຂອບຂະໜາດການຊ່ວຍເຫຼືອລ້າໃຫ້ແກ່ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດນະວັດຕະກຳ, ການຫັນເປັນດິຈິຕອລ, ການພັດທະນາເທັກໂນໂລຊີຂັ້ນສູງ.

ສ່ວນທ່ານ Chang Won-sam, ປະທານອົງການ KOICA ຢັ້ງຢືນວ່າ ລັດຖະບານ ສ.ເກົາຫຼີ ແລະ KOICA ຖືເປັນສຳຄັນຕໍ່ສາຍພົວພັນກັບ ຫວຽດນາມ, ທ່ານໃຫ້ຮູ້ວ່າ: ໃນປີ 2024 ຈະຍົກຂອບຂະໜາດທຶນຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ໃຫ້ ຫວຽດນາມ ຂຶ້ນເປັນກວ່າ 52 ລ້ານໂດລາສະຫະລັດ, ເພີ່ມຂື້ນເກືອບ  50% ເມື່ອທຽບກັບປີ 2023.

ທີ່ການຕ້ອນຮັບ ທ່ານ Yohei Sasakawa, ປະທານກອງທຶນ Nippon (Nippon Foundation) ທັງເປັນ ປະທານກິດຕິມະສັກ ກອງທຶນເພື່ອສັນຕິພາບ Sasakawa, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕີລາຄາສູງການອຸປະຖຳຂອງ ກອງທຶນ Nippon ແລະ ກອງທຶນເພື່ອສັນຕິພາບ Sasakawa ໃຫ້ແກ່ ຫວຽດນາມ ໃນກ່ວາ 3 ທົດສະຫວັດຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ທ່ານປະທານ Yohei Sasakawa ຈະສືບຕໍ່ມີບັນດາລາຍການ, ໂຄງການສະໜັບສະໜູນຊ່ວຍເຫຼືອ ຫວຽດນາມ, ຊຸກຍູ້ບັນດາວິສາຫະກິດ ຢີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

Top