ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ແລະ ທ່ານ Chang Won-sam, ປະທານອົງການ KOICA (ພາບ: TTXVN)
ທີ່ການຕ້ອນຮັບ ທ່ານ Chang Won-sam, ປະທານອົງການ KOICA, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີນລິວກວາງ ໄດ້ຕີລາຄາສູງຕໍ່ແຫຼ່ງທຶນຊ່ວຍເຫຼືອລ້າ ຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ ຫວຽດນາມ ຜ່ານອົງການ KOICA, ຮອດທ້າຍປີ 2023 ໄດ້ບັນລຸປະມານ 600 ລ້ານໂດລາສະຫະລັດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ KOICA ສືບຕໍ່ເພີ່ມຂອບຂະໜາດການຊ່ວຍເຫຼືອລ້າໃຫ້ແກ່ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດນະວັດຕະກຳ, ການຫັນເປັນດິຈິຕອລ, ການພັດທະນາເທັກໂນໂລຊີຂັ້ນສູງ.