ຂ່າວສານ
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມເຂົ້າຮ່ວມພິທີໄຂກອງປະຊຸມລັດຖະມົນຕີ ອາຊຽນກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ
ວັນທີ 21 ກັນຍາ, ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 16 ດ້ວຍຫົວຂໍ້ “ອາຊຽນກະທຳ ພ້ອມກັນຮັບມື ຕໍ່ສິ່ງທ້າທາຍ” ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ ຕາມຮູບແບບທາງໄກ. ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.
ທ່ານພົນເອກ
ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິກຊີ້ແຈ້ງວ່າ, ໂດຍແມ່ນປະເທດສະມາຊິກ ອາຊຽນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີ ຄວາມຮັບຜິດຊອບໃນບັນດາກອບການຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ. ນຳສະເໜີບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ໂຕເລິມເນັ້ນໜັກວ່າ:
ສືບຕໍ່ປະຕິບັດບັນດາແຜນການກະທຳ, ໂຄງການເຮັດວຽກໃນຂອບເຂດອາຊຽນ ແລະ ລະຫວ່າງອາຊຽນກັບບັນດາປະເທດຄູ່ຮ່ວມມືສົນທະນາ ຢ່າງມີປະສິດທິຜົນ. ພ້ອມທັງ, ຕັ້ງໜ້າຄົ້ນຄ້ວາຊຸກຍູ້ການເຈລະຈາ, ລົງນາມບັນດາເອກະສານຮ່ວມມືສອງຝ່າຍ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳເພື່ອແນໃສ່ສ້າງກອບນິຕິກຳສະດວກໃຫ້ແກ່ຂັ້ນຕອນຮ່ວມມື ສືບຕໍ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ກັບບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ໃນຂົງເຂດບຸລິມະສິດ.
ຢູ່ກອງປະຊຸມຄົບຄະນະລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນຕ້ານ ອາດຊະຍາກຳຂ້າມຊາດ, ບັນດາປະເທດ ອາຊຽນ ໄດ້ພ້ອມກັນປຶກສາຫາລື ແນໃສ່ຕີລາຄາກ່ຽວກັບໝາກຜົນຂອງການຕໍ່ສູ້, ຕ້ານອາດຊະຍາກຳຂ້າມຊາດ ຢູ່ແຕ່ລະປະເທດ ແລະ ຄົ້ນຄ້ວາຊຸກຍູ້ການຮ່ວມມືໃນຂົງເຂດນີ້, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
(ແຫຼ່ງຄັດຈາກ VOV)