• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່ Chol chnam thmay

ໃນຂອບເຂດການປະຕິບັດງານຢູ່ບັນດາແຂວງທາງທິດຕາເວັນຕົກພາກໃຕ້, ຕອນເຊົ້າວັນທີ 7 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ Chol chnam thmay ຢູ່ ສະຖາບັນພຸດທະສາສະໜານິກາຍນິລະຍານ ຂະແມ, ຢູ່ເມືອງ ໂອໂມນ, ນະຄອນ ເກີ່ນເທີ.

ໃນຂອບເຂດການປະຕິບັດງານຢູ່ບັນດາແຂວງທາງທິດຕາເວັນຕົກພາກໃຕ້, ຕອນເຊົ້າວັນທີ 7 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ Chol chnam thmay ຢູ່ ສະຖາບັນພຸດທະສາສະໜານິກາຍນິລະຍານ ຂະແມ, ຢູ່ເມືອງ ໂອໂມນ, ນະຄອນ ເກີ່ນເທີ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ອວຍພອນປີໃໝ່ Chol chnam thmay ຢູ່ ສະຖາບັນພຸດທະສາສະໜານິກາຍນິລະຍານ ຂະແມ, ຢູ່ເມືອງ ໂອໂມນ, ນະຄອນ ເກີ່ນເທີ (ພາບ: VOV)

ໃນບັນຍາກາດກະກຽມຕ້ອນຮັບບຸນປີໃໝ່ Chol chnam thmay, ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອວຍພອນຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ, ພະສົງສຳມະເນນ ພຸດທະສາສະໜາ ນິກາຍນິລະຍານ ຂະແມ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ຕ້ອນຮັບບຸນປີໃໝ່ Chol chnam thmay ປີ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ສະຫງົບສຸກ, ມ່ວນຊື່ນ ແລະ ຜາສຸກ.

     ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ປີ 2022 ແມ່ນປີທຳອິດທີ່ປະຕິບັດສອງນະໂຍບາຍໃຫຍ່ກ່ຽວກັບວຽກງານຊົນເຜົ່າ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແລະ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ, ຮັບປະກັນການເຄື່ອນໄຫວທາງສາສະໜາຖືກຕ້ອງຕາມກົດໝາຍ. ພ້ອມດຽວກັນນັ້ນ ແມ່ນເອົາໃຈໃສ່ເຖິງການພັດທະນາເສດຖະກິດ, ສັງຄົມຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ມີຍົດສັກຕຳແໜ່ງທາງສາສະໜາປະຕິບັດວຽກງານເຫຼື້ອມໃສ, ເຊື່ອຖືໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top