• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຕີ​ລາ​ຄາ​ສູງ​​ກຳ​ລັງຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ຂອງ ຫວຽດ​ນາມ

ວັນທີ 6 ພຶດສະພາ, ຢູ່ຫ້ອງວ່າການລັດຖະບານ, ຕາມການສະເໜີຈາກຝ່າຍອາເມລິກາ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາສູງກຳລັງຄວາມສາມາດໃນການຮັບມືກັບໂລກລະບາດ ຂອງ ຫວຽດນາມ ແລະ ສະແດງຄວາມຂອບໃຈ ຕໍ່ເລື່ອງຫວຽດນາມໄດ້ສ້າງເງື່ອນໄຂໃນການສະໜອງ ແລະ ຂົນສົ່ງອຸປະກອນການແພດ ກໍ່ຄືມອບຜ້າອັດປາກ - ດັງໃຫ້ແກ່ອາເມລິກາ. ທ່ານປະທານາທິບໍດີ Donald Trump ໄດ້ປະກາດວ່າ ພ້ອມແລ້ວທີ່ຈະມອບເຄື່ອງຊ່ວຍຫາຍໃຈເພື່ອປິ່ນປົວຜູ້ຕິດ Covid – 19 ໃຫ້ແກ່ຫວຽດນາມ, ພ້ອມທັງສະເໜີວ່າ ສອງປະເທດຈະສືບຕໍ່ຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແໜ້ນແຟ້ນກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Donald Trump ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບຄວາມຄືບໜ້າຢ່າງແທ້ຈິງໃນການພົວພັນລະຫວ່າງສອງປະເທດໃນທຸກໆຂົງເຂດ ໃນໄລຍະທີ່ຜ່ານມາ, ແຕ່ການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຕະຫຼອດຮອດ ວິທະຍາສາດ - ການສຶກສາ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການແລກປ່ຽນພົວພັນປະຊາຊົນ. ທ່ານ ຫງວຽນຊວັນຟຸກ ແລະ ທ່ານ Donald Trump ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການພົວພັນການເສດຖະກິດ - ການຄ້າໃຫ້ຫຼາຍກ່ວາອີກ, ສືບຕໍ່ເປີດປະຕູການຕະຫຼາດໃຫ້ແກ່ສິນຄ້າຂອງກັນໃນໄລຍະຈະມາເຖິງ. ການນຳສອງທ່ານກໍ່ແລກປ່ຽນກັນກ່ຽວກັບບັນດາມາດຕະການເພື່ອນຳການພົວພັນຮອບດ້ານເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຜ່ານນັ້ນປະກອບສ່ວນຢ່າງແທ້ຈິງໃຫ້ແກ່ການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top