• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol ເຂົ້າ​ຮ່ວມຫຼາຍ​ການ​ເຄື່ອນ​ໄຫວ​ເນື່ອ​​ງໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ

ງານລາຕີເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ລະຫວ່າງສອງປະເທດ ແລະ ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມກົມກຽວລະຫວ່າງລຸ້ນຄົນໃນອະນາຄົດສອງປະເທດ.

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນອກການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ຕອນຄ່ຳວັນທີ 22 ມິຖຸນາ, ທ່ານປະທານາທາບໍດີ  ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ໄດ້ເຂົ້າຮ່ວມງານລາຕີດົນຕີພົບປະແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ຢູ່ສູນກອງປະຊຸມແຫ່ງຊາດ. ງານລາຕີເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ລະຫວ່າງສອງປະເທດ ແລະ ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມກົມກຽວລະຫວ່າງລຸ້ນຄົນໃນອະນາຄົດສອງປະເທດ.

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບນັກສຶກສາພະແນກພາສາ ແລະ ວັດທະນະທຳ ສ.ເກົາຫຼີ, ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ທ່ານປະທານາທິບໍດີ ສະແດງຄວາມຊົມເຊີຍ ເມື່ອນັບມື້ນັບມີໄວໜຸ່ມ ຫວຽດນາມ ຫຼາຍຄົນ, ບໍ່ພຽງແຕ່ແມ່ນນັກສຶກສາເທົ່ານັ້ນ ຫາກຍັງແມ່ນນັກຮຽນມັດທະຍົມຕອນປາຍທີ່ຮຽນພາສາ ສ.ເກົາຫຼີ ອີກດ້ວຍ.

ທີ່ການພົບປະ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ໄດ້ພົບປະ, ຕອບຄຳຖາມຂອງເພື່ອນໜຸ່ມ ຫວຽດນາມ ກ່ຽວກັບຄວາມງາມທາງດ້ານວັດທະນະທຳ ສ.ເກົາຫຼີ ແລະ ກະແສ ສ.ເກົາຫຼີຢູ່ ຫວຽດນາມ.

ທ່ານປະທານາທາບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ເຂົ້າຮ່ວມງານລາຕີດົນຕີພົບປະແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມ (ພາບ: TTXVN)

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top