• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເຊັນລັດ​ຖະ​ບັນ​ຍັດ ກ່ຽວ​ກັບ​ການ ຢືດ​ຊັບ​ສິນ ຂອງ ອາ​ເມ​ລິ​ກາ

ອາເມລິກາ ແລະ ບັນດາຄູ່ຮ່ວມມືໄດ້ອາຍັດຊັບສິນທີ່ມີມູນຄ່າ 300 ຕື້ USD ຂອງ ທະນາຄານສູນກາງ ລັດເຊຍ ຄືສ່ວນໜຶ່ງຂອງຄຳສັ່ງລົງໂທດ ເມື່ອ ລັດເຊຍ ເປີດບັ້ນຮົບການທະຫານພິເສດ ຢູ່ ຢູແກຼນ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ວັນທີ 23 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນ ລັດຖະບັນຍັດສະບັບ 1 ໃນນັ້ນ ໄດ້ຊີ້ແຈ້ງທິດທາງກະທຳຂອງ ລັດເຊຍ ຕໍ່ເລື່ອງ ບັນດາປະເທດຢຶດ ແລະ ນຳໃຊ້ບໍ່ວ່າຊັບສິນໃດຂອງ ລັດເຊຍທີ່ ຖືກ “ອາຍັດ” ຢູ່ ອາເມລິກາ.

ຕາມລັດຖະບັນຍັດສະບັບນີ້ ແລ້ວ, ລັດເຊຍ ຈະກຳນົດຊັບສິນການເງິນປະເພດຕ່າງໆຂອງ ອາເມລິກາ ອາດຈະຖືກນຳໃຊ້ເພື່ອທົດແທນ ໃຫ້ແກ່ບັນດາຄວາມເສຍຫາຍຈາກການ ຢຶດຊັບສິນ ຂອງ ລັດເຊຍທີ່ ຖືກ ອາຍັດຢູ່ ອາເມລິກາ. ຊັບສິນປະເພດຕ່າງໆນີ້ລວມມີ: ຫຼັກຊັບ, ອະສັງຫາລິມະຊັບ, ຊັບສິນ ແລະ ສິດກຳມະສິດ. ສິດອຳນາດກຳນົດຊັບສິນປະເພດ ດັ່ງກ່າວ ຈະຂຶ້ນກັບ ຄະນະກຳມະການໃດໜຶ່ງ ຂອງ ລັດຖະບານ ລັດເຊຍ.

ອາເມລິກາ ແລະ ບັນດາຄູ່ຮ່ວມມືໄດ້ອາຍັດຊັບສິນທີ່ມີມູນຄ່າ 300 ຕື້ USD ຂອງ ທະນາຄານສູນກາງ ລັດເຊຍ ຄືສ່ວນໜຶ່ງຂອງຄຳສັ່ງລົງໂທດ ເມື່ອ ລັດເຊຍ ເປີດບັ້ນຮົບການທະຫານພິເສດ ຢູ່ ຢູແກຼນ. ຊັບສິນດັ່ງກ່າວສ່ວນຫຼາຍແມ່ນ ສະຫະພາບ ເອີລົບ (EU) ເກັບຮັກສາໄວ້. ລັດເຊຍ ໄດ້ກ່າວເຕືອນ ຝ່າຍຕາເວັນຕົກເປັນຫຼາຍຄັ້ງ ກ່ຽວກັບຜົນຕາມມາທີ່ຮ້າຍແຮງ ຖ້າຫາກວ່າ ບັນດາປະເທດ ນີ້ “ຢຶດ ແລະ ນຳໃຊ້” ຊັບສິນຂອງ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top