• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຕວັກ​ກີ ຈະ​ພົບ​ກັນ​ໃນ​ໄວໆ​ນີ້

ບັນດາເຈົ້າໜ້າທີ່ພວມກະກຽມໃຫ້ແກ່ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວັກກີ Recep Tayyip Erdogan,ເຊິ່ງຄາດວ່າຈະດຳເນີນໃນໄວໆນີ້.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ເບື້ອງຂວາມື) ແລະ ຄູ່ຕຳແໜ່ງ ຕວັກກີ Recep Tayyip Erdogan ໃນການພົບປະຢູ່ Astana, ກາຊັກສະຖານ ວັນທີ 13/10/2022 (ພາບ: TTXVN)

ວັນທີ 25 ສິງຫາ, ທ່ານ Dmitry Peskov ໂຄສົກວັງ Kremlin  ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ພວມກະກຽມໃຫ້ແກ່ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວັກກີ Recep Tayyip Erdogan,ເຊິ່ງຄາດວ່າຈະດຳເນີນໃນໄວໆນີ້. ກ່າວຄຳເຫັນກັບວົງການນັກຂ່າວຢູ່ນະຄອນຫຼວງ ມົດສະກູ, ທ່ານ Dmitry Peskov ເນັ້ນໜັກວ່າ ການພົບປະຄັ້ງນີ້ ຈະດຳເນີນໃນໄວໆນີ້ ແລະ ລັດເຊຍ ຈະແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະ ສະຖານທີ່ຈັດການພົບປະດັ່ງກ່າວ.

ກ່ອນໜ້ານັ້ນ, ຕາມແຫຼ່ງຂ່າວທາງການທູດຢູ່ ຕວັກກີ ໄດ້ເຜີຍໃຫ້ຮູ້ວ່າ ການພົບປະຂອງການນຳສອງທ່ານ ໄດ້ຂຶ້ນແຜນການຢູ່ Sochi (ລັດເຊຍ) ແລະ ອາດຈະດຳເນີນໃນວັນທີ 4 ກັນຍາ ຈະມາເຖິງ. ທ່ານປະທານາທິບໍດີ Recep Tayyip Erdogan ກໍ່ມີແນວຄວາມຄິດຍົກບັນຫາເຊື່ອມຕໍ່ຂໍ້ຕົກລົງທັນຍາພືດຢູ່ທະເລດຳຄືນໃໝ່. ນອນຈາກນັ້ນແລ້ວ, ການສ້າງຕັ້ງສູນເຊື້ອເພີງອາຍແກັດ ແລະ ສ້າງໂຮງງານໄຟຟ້າປະລະມານູ Akkyu ຢູ່ ຕວັກກີ ອາດຈະເປັນຫົວຂໍ້ຕົ້ນຕໍຂອງການພົບປະ.  

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top