• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອ​ງ​ດິ່ງ​ເຫວະ ພົບ​ປະ​ກັບ​ຊາວ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ

ບັນດາສະມາຊິກ ແລະ ຊາວໜຸ່ມ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເສີມຂະຫຍາຍກຳລັງໜຸ່ມ, ຄວາມປະດິດຄິດສ້າງ, ຄວາມຄາດຫວັງ ແລະ ຈິດໃຈອຸທິດສ່ວນຢ່າງບໍ່ຢຸດຢັ້ງເພື່ອຮ່ວມແຮງຮ່ວມໃຈພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຊາວໜຸ່ມ ຫວຽດນາມ ດີເດັ່ນ (ພາບ: VOV)  

ເນື່ອງໃນໂອກາດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຂຶ້ນຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຊາວໜຸ່ມດີເດັ່ນ ຫວຽດນາມ 20 ຄົນທີ່ເຂົ້າຮ່ວມກອງປະຊຸມ.

ທ່ານປະທານສະພາແຫ່ງຊາດ ປາດຖະໜາ ຢາກບັນດາສະມາຊິກ ແລະ ຊາວໜຸ່ມ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເສີມຂະຫຍາຍກຳລັງໜຸ່ມ, ຄວາມປະດິດຄິດສ້າງ, ຄວາມຄາດຫວັງ ແລະ ຈິດໃຈອຸທິດສ່ວນຢ່າງບໍ່ຢຸດຢັ້ງເພື່ອຮ່ວມແຮງຮ່ວມໃຈພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ. ບັນດາຜົນສຳເລັດ ໂດຍຊາວໜຸ່ມບັນລຸໄດ້ໃນປັດຈຸບັນພຽງແຕ່ແມ່ນຈຸດເລີ່ມຕົ້ນ. ດ້ວຍຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມຄາດຫວັງບືນຕົວຂຶນ, ຄົນລຸ້ນໜຸ່ມ ຫວຽດນາມ ສາມາດພິສູດໄດ້ບັນດາຜົນສຳເລັດທີ່ຍິ່ງໃຫຍ່ກ່ວາອີກໃນອະນາຄົດ.

ສ່ວນບັນດາສະມາຊິກຊາວໜຸ່ມດີເດັ່ນ ໃຫ້ຮູ້ວ່າ ຜ່ານການເຂົ້າຮ່ວມຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ແລະ ພົບປະກັບສະມາຊິກລັດຖະສະພາໜຸ່ມທົ່ວໂລກ, ບັນດາສະມາຊິກຍິ່ງຮູ້ສຶກເອກອ້າງທະນົງໃຈກ່ຽວກັບປະເທດຫວຽດນາມ ແລະ ຍິ່ງມີສະຕິດຢ່າງເລິກເຊິ່ງກ່ຽວກັບຄວາມຮັບຜິດຊອບຂອງຄົນລຸ້ນໜຸ່ມ ຕໍ່ການພັດທະນາຂອງປະເທດຊາດ. ບັນດາສະມາຊິກ ໄດ້ຢັ້ງຢືນຈະຢຶດໝັ້ນ, ມານະພະຍາຍາມບືນຕົວຂຶ້ນເພື່ອບັນລຸໄດ້ບັນດາຜົນສຳເລັດທີ່ມີຄວາມໝາຍກ່ວາເກົ່າ, ປະກອບສ່ວນຢ່າງແທດຈິງເພື່ອເຮັດໃຫ້ປະເທດຫວຽດນາມ ທຽບເທົ່າກັບເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top