• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້: Vinatex ຕ້ອງ “ສ້າງ​ຜົນ​ສຳ​ເລັດ ແລະ ຜົນ​ງານ​ໃໝ່”

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນປີ 2022, Vinatex ຄວນຍາດແຍ່ງໂອກາດ, ທ່າອ່ຽງໃນການປ່ຽນແປງລະບົບສະໜອງລະດັບຊາດ ກໍຄືສາຍພົວພັນກັບລະບົບສະໜອງຜະລິດຕະພັນຕຳແຜ່ນຕັດຫຍິບໃນທົ່ວໂລກ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນປີ 2022, Vinatex ຄວນຍາດແຍ່ງໂອກາດ, ທ່າອ່ຽງໃນການປ່ຽນແປງລະບົບສະໜອງລະດັບຊາດ ກໍຄືສາຍພົວພັນກັບລະບົບສະໜອງຜະລິດຕະພັນຕຳແຜ່ນຕັດຫຍິບໃນທົ່ວໂລກ; ນຳໜ້າໃນຂະບວນການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ພັດທະນາຜະລິດຕະພັນໃໝ່; ມານະພະຍາຍາມສ້າງເຄື່ອງໝາຍການຄ້າແຟຊັນ ຫວຽດນາມ.

 

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການຢ້ຽມຢາມ Vinatex

ຕອນເຊົ້າວັນທີ 8 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ກຸ່ມບໍລິສັດ ຕຳແຜ່ນຕັດຫຍິບ ຫວຽດນາມ (Vinatex). ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນປີ 2022, Vinatex ຄວນຍາດແຍ່ງໂອກາດ, ທ່າອ່ຽງໃນການປ່ຽນແປງລະບົບສະໜອງລະດັບຊາດ ກໍຄືສາຍພົວພັນກັບລະບົບສະໜອງຜະລິດຕະພັນຕຳແຜ່ນຕັດຫຍິບໃນທົ່ວໂລກ; ນຳໜ້າໃນຂະບວນການປ່ຽນແປງໃໝ່ເຕັກໂນໂລຢີ ແລະ ພັດທະນາຜະລິດຕະພັນໃໝ່; ມານະພະຍາຍາມສ້າງເຄື່ອງໝາຍການຄ້າແຟຊັນ ຫວຽດນາມ. ນອກຈາກຕະຫຼາດສົ່ງອອກ, ກຸ່ມບໍລິສັດ ຕ້ອງເອົາໃຈໃສ່ເຖິງຕະຫຼາດພາຍໃນປະເທດ ດ້ວຍຈຳນວນປະຊາກອນເກືອບ 100 ລ້ານຄົນນີ້ຫຼາຍກວ່າອີກ.

        “Vinatex ຕ້ອງຕັ້ງໜ້າ, ເປັນເຈົ້າການຍາດແຍ່ງທຸກໂອກາດ ຈາກມາດຕະການດ້ານການເງິນ, ເງິນຕາ, ການໜູນຊ່ວຍຟື້ນຟູ, ພັດທະນາເສດຖະກິດຕາມມະຕິເລກທີ 43 ຂອງສະພາແຫ່ງຊາດຊຸດທີ XV ໃນກອງປະຊຸມວິສາມັນຄັ້ງທຳອິດ ແລະ ມະຕິສະບັບເລກທີ 11, ລົງວັນທີ 30 ມັງກອນ 2022 ຂອງລັດຖະບານ. ຕ້ອງຮັບຮູ້ວ່າ ຂະແໜງຕຳແຜ່ນຕັດຫຍິບ ມີທີ່ຕັ້ງສຳຄັນໃນພື້ນຖານເສດຖະກິດ ແລະ ໃນການຟື້ນຟູເສດຖະກິດ ໄລຍະ 2022  2023. ຕ້ອງຟື້ນຟູຕະຫຼາດແຮງງານດ້ວຍຫຼາຍມາດຕະການເສດຖະກິດ, ການເງິນ ແລະບັນດານະໂຍບາຍໜູນຊ່ວຍ. ຈັດຕັ້ງໂຄງປະກອບການຜະລິດ, ໂຄງປະກອບແຮງງານຄືນໃໝ່ ເພື່ອປະຕິບັດສຳເລັດບັນດາສັນຍາສັ່ງຊື້ສິນຄ້າໃຫ້ທັນເວລາ ດ້ວຍຄຸນນະພາບສູງທີ່ສຸດ.”

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top