• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ບາກ​ລຽວ

ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ ບາກລຽວ, ຕອນບ່າຍວັນທີ 25 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະປະຈຳຄະນະພັກແຂວງ ບາກລຽວ.
ທ່ານ ຫຼືວັນຮຸ່ງ ເລຂາຄະນະພັກແຂວງ ບາກລຽວ ກ່າວຄຳເຫັນທີ່ພິທີເຮັດວຽກກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີໃຫ້ອຳນາດການປົກຄອງແຂວງ ບາກລຽວ ສຸມໃສ່ຊີ້ນຳນຳພາການຈັດຕັ້ງປະຕິບັດບາງໜ້າທີ່ຈຸດສຸມໃຫ້ເປັນຢ່າງດີ. ໃນນັ້ນ, ແຂວງ ບາກລຽວ ຕ້ອງຂຸດຄົ້ນກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນຢ່າງສຸດຂີດ ແລະ ຊຸກຍູ້ການຮ່ວມສຳພັນເຂດ. ພ້ອມດຽວກັນນັ້ນ, ກໍ່ສຸມໃສ່ປຸກລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງເຂົ້າໃນການລົງທຶນພັດທະນາ, ມຸ່ງໄປເຖິງ 3 ເສົາຄ້ຳຕົ້ນຕໍຢ່າງມີປະສິດທິຜົນ. ພ້ອມທັງປັບປຸງສະພາບແວດລ້ອມແຫ່ງການລົງທຶນ; ພັດທະນາບັນດາຂົງເຂດວັດທະນະທຳ - ສັງຄົມ, ການສຶກສາ, ສາທາລະນະສຸກ ຢ່າງກົມກຽວ; ປະຕິບັດວຽກງານໜູນຊ່ວຍສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ສຸມໃສ່ຊີ້ນຳປະຕິບັດໜ້າທີ່ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ.

ທ່ານປະທານສະພາແຫ່ງຊາດ ຍັງເນັ້ນໜັກຕື່ມອີກວ່າ ເຂດ ແຫຼມ ກາເມົາ ເວົ້າລວມ, ເຊິ່ງໃນນັ້ນ ມີ ບາກລຽວ ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານແຮງລົມ, ໄຟຟ້ານອກຝັ່ງ… ດັ່ງນັ້ນ, ທາງແຂວງ ຕ້ອງເອົາໃຈໃສ່ພັດທະນາຄວາມສາມາດບົ່ມຊ້ອນດັ່ງກ່າວ ເພື່ອປະຕິບັດຄວາມຄາດຫວັງ, ເປົ້າໝາຍຮອດປີ 2030 ທີ່ວ່າ ສ້າງ ບາກລຽວ ກາຍເປັນແຂວງເຂັ້ມແຂງທາງດ້ານເສດຖະກິດທະເລ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ມີລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ ໃຫ້ປະກົດຜົນເປັນຈິງ; ຮອດປີ 2050, ກາຍເປັນແຂວງມີພື້ນຖານເສດຖະກິດພັດທະນາ; ລະບົບຕົວເມືອງອັດສະລິຍະ, ສະອາດ, ສີຂຽວ; ຊົນນະບົດທັນສະໄໝ; ກະສິກຳນິເວດ; ໂຄງປະກອບພື້ນຖານໂຄງລ່າງດ້ານເສດຖະກິດ - ສັງຄົມ, ໂຄງລ່າງດີຈີຕອນຄົບຊຸດ, ທັນສະໄໝ; ປະຊາຊົນມີຊີວິດດີຂຶ້ນ ແລະ ຜາສຸກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top