ຂ່າວສານ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມພິເສດຂອງສະພາແຫ່ງຊາດ ກູບາ ຊຸດທີ X
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍໄດ້ສົ່ງຄຳຊົມເຊີຍຢ່າງສຸດໃຈຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕໍ່ຜົນສຳເລັດຂອງການເລືອກຕັ້ງທົ່ວປະເທດ ສະພາແຫ່ງຊາດຊຸດທີ X ຂອງ ກູບາ. ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ບັນດາຈຸດຄ້າຍຄືກັນຂອງສອງປະເທດ ແມ່ນສາຍສຳພັນຜູກພັນນ້ຳໃຈຂອງປະຊາຊົນສອງປະເທດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພົວພັນທີ່ບໍລິສຸດຜຸດຜ່ອງ ແບບພິເສດ ຫວຽດນາມ - ກູບາ. ທ່ານກ່າວວ່າ:
“ປະທານໂຮ່ຈີມິນ ເຄີຍຢັ້ງຢືນວ່າ: “ຫວຽດນາມ ແລະ ກູບາ ເຖິງວ່າຈະຢູ່ຫ່າງກັນເຖິງນັບພັນໄມກໍຕາມ ແຕ່ນ້ຳໃຈຂອງປະຊາຊົນສອງປະເທດແມ່ນໃກ້ຊິດສະໜິດສະໜົມຄືອ້າຍນ້ອງໃນຄອບຄົວດຽວກັນ”. ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, ການນຳລຸ້້ນຕ່າງໆ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຢັ້ງຢືນວ່າ: “ສາມັກຄີ, ສະໜັບສະໜູນ ກູບາ ແມ່ນຈິດສຳນຶກ ແລະ ຄວາມຮັບຜິດຊອບຂອງນັກຄອມມູນິດ ແລະ ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ!”; ນັ້ນແມ່ນຫຼັກສິນທຳ, ມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປ່າຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ ທີ່ຍາມໃດກໍເປັນຈິດໜຶ່ງໃຈດຽວກັບເພື່ອນມິດສະຫາຍຂອງຕົນ. ພວກຂ້າພະເຈົ້າ ຈະບໍ່ມີວັນລືມ ແລະ ຈົດຈໍາການຊ່ວຍເຫຼືອທີ່ບໍລິສຸດ ແລະ ນ້ຳໃຈອ້າຍນ້ອງອັນແໜ້ນແກ່ນຂອງ ກູບາ”.
ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ໃນສະພາບການແກ້ງແຍ້ງສາກົນພວມຜັນແປຢ່າງສັບສົນນັ້ນ ຮຽກຮ້ອງໃຫ້ສອງປະເທດ ຕ້ອງມີຄວາມສາມັກຄີ, ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ແລະ ຍາມໃດກໍຢຶດໝັ້ນກັບແນວທາງການປະຕິບວັດ, ຮັກສາຫຼັກການເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງຍຸຕິທຳ, ຖືນັ້ນແມ່ນ “ກົກຮາກທີ່ໝັ້ນຄົງ” ແກ່ການຜັນຂະຫຍາຍປະຕິບັດຢ່າງມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນພຶດຕິກຳຕົວຈິງ”.