ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ພິ​ເສດ​ຂອງ​ສະ​ພາ​ແຫ່ງ​ຊາດ ກູ​ບາ ຊຸດ​ທີ X

ໃນຂອບເຂດການຢ້ຽມຢາມ ກູບາ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ເມສາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ລາຮາວານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີບົດກ່າວປາໄສສຳຄັນໃນກອງປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດ ກູບາ ຊຸດທີ X, ພິທີສະເຫຼີມສະຫຼອງ 62 ປີ ແຫ່ງວັນໄຊຊະນະ Giron (1961 – 2023). ກອງປະຊຸມດັ່ງກ່າວໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບຂອງສະຖານີໂທລະພາບແຫ່ງຊາດ ກູບາ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວປາໄສທີ່ກອງປະຊຸມ (ພາບ: TTXVN)  

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍໄດ້ສົ່ງຄຳຊົມເຊີຍຢ່າງສຸດໃຈຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕໍ່ຜົນສຳເລັດຂອງການເລືອກຕັ້ງທົ່ວປະເທດ ສະພາແຫ່ງຊາດຊຸດທີ X ຂອງ ກູບາ. ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ບັນດາຈຸດຄ້າຍຄືກັນຂອງສອງປະເທດ ແມ່ນສາຍສຳພັນຜູກພັນນ້ຳໃຈຂອງປະຊາຊົນສອງປະເທດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພົວພັນທີ່ບໍລິສຸດຜຸດຜ່ອງ ແບບພິເສດ ຫວຽດນາມ - ກູບາ. ທ່ານກ່າວວ່າ:

“ປະທານໂຮ່ຈີມິນ ເຄີຍຢັ້ງຢືນວ່າ: “ຫວຽດນາມ ແລະ ກູບາ ເຖິງວ່າຈະຢູ່ຫ່າງກັນເຖິງນັບພັນໄມກໍຕາມ ແຕ່ນ້ຳໃຈຂອງປະຊາຊົນສອງປະເທດແມ່ນໃກ້ຊິດສະໜິດສະໜົມຄືອ້າຍນ້ອງໃນຄອບຄົວດຽວກັນ”. ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, ການນຳລຸ້້ນຕ່າງໆ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຢັ້ງຢືນວ່າ: “ສາມັກຄີ, ສະໜັບສະໜູນ ກູບາ ແມ່ນຈິດສຳນຶກ ແລະ ຄວາມຮັບຜິດຊອບຂອງນັກຄອມມູນິດ ແລະ ປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ!”; ນັ້ນແມ່ນຫຼັກສິນທຳ, ມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປ່າຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ ທີ່ຍາມໃດກໍເປັນຈິດໜຶ່ງໃຈດຽວກັບເພື່ອນມິດສະຫາຍຂອງຕົນ. ພວກຂ້າພະເຈົ້າ ຈະບໍ່ມີວັນລືມ ແລະ ຈົດຈໍາການຊ່ວຍເຫຼືອທີ່ບໍລິສຸດ ແລະ ນ້ຳໃຈອ້າຍນ້ອງອັນແໜ້ນແກ່ນຂອງ ກູບາ”.

ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ໃນສະພາບການແກ້ງແຍ້ງສາກົນພວມຜັນແປຢ່າງສັບສົນນັ້ນ ຮຽກຮ້ອງໃຫ້ສອງປະເທດ ຕ້ອງມີຄວາມສາມັກຄີ, ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ແລະ ຍາມໃດກໍຢຶດໝັ້ນກັບແນວທາງການປະຕິບວັດ, ຮັກສາຫຼັກການເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງຍຸຕິທຳ, ຖືນັ້ນແມ່ນ “ກົກຮາກທີ່ໝັ້ນຄົງ” ແກ່ການຜັນຂະຫຍາຍປະຕິບັດຢ່າງມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນພຶດຕິກຳຕົວຈິງ”.

 


top