ຂ່າວສານ
ທ່ານປະທານສະພາແຫ່ງຊາດ ຕ້ອນຮັບກຳມະການກົມການເມືອງ, ເລຂາທິການໃຫຍ່ສູນກາງຜູ້ອອກແຮງງານ ກູບາ
ທ່ານປະທານສະພາແຫ່ງຊາດ ຕີລາຄາສູງການເຈລະຈາຂອງທ່ານ Ulises Guilarte de Nacimiento ກັບທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ, ພ້ອມທັງມີລາຍການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບຢູ່ທ້ອງຖິ່ນຕ່າງໆ ເພື່ອຄົ້ນຄວ້າ, ແບ່ງປັນບົດຮຽນປະສົບການໃນການເຄື່ອນໄຫວກ່ຽວຂ້ອງເຖິງວຽກງານກຳມະບານ, ກຳມະກອນ.
ສ່ວນທ່ານ Ulises Guilarte de Nacimiento ຊົມເຊີຍບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງແບ່ງປັນຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ວາງອອກຮອດປີ 2030 ຢ່າງມີໄຊ. ທ່ານ ກໍສະແດງຄວາມປາດຖະໜາວ່າ, ຈາກປະສົບການພັດທະນາປະເທດຊາດຂອງຕົນ, ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນປະສົບການກັບ ກູບາ.








