• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ

ທ່ານປະທານປະເທດປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະປະກອບສ່ວນແຜ່ກະຈາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ; ພ້ອມທັງເຮັດວຽກງານປະຊາຄົມໃຫ້ເປັນຢ່າງດີ...
(ພາບ: VOV)

ຕອນບ່າຍວັນທີ 16 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງປະເທດ ສສ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ລວມ 16 ທ່ານ.

 ມອບຂໍ້ຕົກລົງແຕ່ງຕັ້ງ ແລະ ມອບໜ້າທີ່ໃຫ້ບັນດາທ່ານເອກອັກຄະລັດຖະທູດ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ບັນດາທ່ານຕ້ອງຜັນຂະຫຍາຍ ການທູດຮັບໃຊ້ການພັດທະນາເສດຖະກິດເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຫັນເປົ້າໝາຍເຕີບໂຕ 2 ຕົວເລກໃນອາຍຸການຈະມາເຖິງໃຫ້ປະກົດຜົນເປັນຈິງ. ທ່ານຍັງປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະປະກອບສ່ວນແຜ່ກະຈາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ; ພ້ອມທັງເຮັດວຽກງານປະຊາຄົມໃຫ້ເປັນຢ່າງດີ ນັ້ນແມ່ນສາມັກຄີ, ເຕົ້າໂຮມປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປົກປ້ອງສິດ, ຜົນປະໂຫຍດອັນສອບທຳຂອງພົນລະເມືອງ, ວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

​(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top