• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ປະ​ທານ​ສະ​ພາ​ລັດ​ຖ​ະ​ມົນ​ຕີ ເປ​ຣູ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເປ​ຣູ

ຕອນບ່າຍວັນທີ 13 ພະຈິກ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມ ສ.ເປຣູ ຢ່າງເປັນທາງການ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ພົບປະກັບທ່ານປະທານສະພາລັດຖະມົນຕີ ເປຣູ Gustavo Adriazen.
ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບທ່ານປະທານສະພາລັດຖະມົນຕີ ເປຣູ Gustavo Adriazen

ໃນການພົບປະ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການເພີ່ມທະວີບັນດາການເຄື່ອນໄຫວພົບປະ ແລະ ການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກະຊວງ, ຂະແໜງການໃນຊຸມປີຕໍ່ໄປ, ພ້ອມທັງໃຫ້ຄຳໝັ້ນສັນຍາຜັນຂະຫຍາຍບັນດາກົນໄກເຈລະຈາທາງດ້ານການເມືອງ - ການຕ່າງປະເທດ ແລະ ເສດຖະກິດ - ການຄ້າ ເປັນປະຈຳ ແລະ ມີປະສິດທິຜົນເພື່ອນຳການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບທ່ານປະທານສະພາແຫ່ງຊາດ ເປຣູ Eduardo Salhuana.

        ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາວ່າ ສະພາແຫ່ງຊາດ ເປຣູ ຈະໃຫ້ຄວາມເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂເພື່ອໃຫ້ບັນດາໂຄງການລົງທຶນໃນຂົງເຂດໂທລະຄົມມະນາຄົມ, ນ້ຳມັນອາຍແກັດຂອງວິສາຫະກິດ ຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ເປຣູ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງສອງປະເທດ.

        ສ່ວນທ່ານປະທານປະເທດ ເປຣູ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງປະເທດຍູ້ແຮງການແລກປ່ຽນຄະນະ, ຜູ້ແທນເພີ່ມທະວີການປຶກສາຫາລື, ແລກປ່ຽນບົດຮຽນປະສົບການເຊິ່ງກັນແລະກັນໃນທຸກຂົງເຂດ. ທ່ານຢັ້ງຢືນວ່າ ຂະແໜງນິຕິບັນຍັດ ເປຣູ ສະໜັບສະໜູນ ແລະ ຈະໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ບັນດາໂຄງການລົງທຶນຂອງວິສາຫະກິດ ຫວຽດນາມ ຢູ່ເປຣູ ໃນປັດຈຸບັນ, ພ້ອມທັງຫວັງວ່າ ຈະນັບມື້ນັບມີຫຼາຍວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ເປຣູ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top