• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ລັດ​ຖະ​ບານໜູນ​ຊ່ວຍ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ໃຫ້​ແກ່ ວິ​ສາ​ຫະ​ກິດ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັດນາກະຊວງ, ຂະແໜງການ, ທ້ອງຖິ່ນຄວນມີມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ທັນການ ແລະ ມີປະສິດທິຜົນ ກ່ອນອື່ນໝົດແມ່ນປົກປ້ອງສຸຂະພາບ, ຊີວິດອິນຊີ ແລະ ນຳຊີວິດການເປັນຢູ່ຂອງ ປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດທາງໄກ ຂອງທ່ານນາຍົກລັດຖະມົນຕີ ກັບຜູ້ຕາງຫນ້າວິສາຫະກິດ, ສະຫະພັນວິສາຫະກິດ ແລະ ບັນດາທ້ອງຖິ່ນ ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດຂອງ ວິສາຫະກິດ ໃນສະພາບການໂລກລະບາດໂຄວິດ - 19  ດຳເນີນໃນຕອນເຊົ້າວັນທີ 8 ສິງຫາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ: ໃນສະພາບການພາຍໃນປະເທດ ແລະ ສາກົນ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄືປັດຈຸບັນ ຮຽກຮ້ອງຖັນແຖວນັກທຸລະກິດ, ວິສາຫະກິດ ຕ້ອງມີຄວາມຕັດສິນໃຈກ່ວາອີກ, ມານະພະຍາຍາມກ່ວາອີກ, ຮ່ວມແຮງຮ່ວມໃຈ ພ້ອມທັງທົ່ວປະເທດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຄາດຄະເນ, ກຳແໜ້ນກາລະໂອກາດ ເພື່ອພັດທະນາວິສາຫະກິດ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງ ປະເທດຊາດ

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ປະຊາຄົມວິສາຫະກິດ ດ້ວຍຄຸນນະທາດ, ພູມປັນຍາຍັງຮັກສາໄດ້ການຜະລິດ, ດຳເນີນທຸລະກິດ, ບໍ່ປະໃຫ້ການຜະລິດຖືກຕັດຕອນ, ຮັບປະກັນຊີວິດການເປັນຢູ່ຂອງ ຜູ້ອອກແຮງງານ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດໃນຊຸມເດືອນຕົ້ນປີ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດຍັງສືບຕໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ແລະ ຕ້ອງມີມາດຕະການແກ້ໄຂເພື່ອຟື້ນຟູນການຜະລິດ. ກອງປະຊຸມນີ້ແມ່ນໂອກາດສຳຄັນເພື່ອໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີ ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີ ຂອງປະຊາຄົມວິສາຫະກິດ, ບັນດາສະຫະພັນ, ບັນດາທ້ອງຖິ່ນ, ອົງການ, ໜ່ວຍງານ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັດນາກະຊວງ, ຂະແໜງການ, ທ້ອງຖິ່ນຄວນມີມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ທັນການ ແລະ ມີປະສິດທິຜົນ ກ່ອນອື່ນໝົດແມ່ນປົກປ້ອງສຸຂະພາບ, ຊີວິດອິນຊີ ແລະ ນຳຊີວິດການເປັນຢູ່ຂອງ ປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ. ຄຽງຄູ່ກັນນັ້ນ, ຕ້ອງຄາດຄະເນສະພາບການເມື່ອປະຕິບັດຍຸດທະສາດວັກຊິນຢ່າງມີປະສິດທິຜົນ ແລະ ຄວບຄຸມໄດ້ໂລກລະບາດໂຄວິດ - 19 ເພື່ອເພີ່ມທະວີລັກສະນະແກ້ງແຍ່ງ ແລະ ດຶງດູດການລົງທຶນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top