• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ພົບ​ປະເຈລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Frank-Walter Steinmeier

ຕອນເຊົ້າວັນທີ 24 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາ ກັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier, ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier (ພາບ: TTXVN)

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນກັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ບັນດາຜົນສຳເລັດທີ່ພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ທ່ານເນັ້ນໜັກວ່າ ຫວຽດນາມ ຈະສຸມໃສ່ປະຕິບັດບັນດາບາດກ້າວບຸກທະລຸ ຍຸດທະສາດຊ່ວຍ ສ້າງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ໃນນັ້ນໃຫ້ບຸລິມະສິດ ເສດຖະກິດດີຈີຕອນ ແລະ ການເຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ຍູ້ແຮງວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ; ໃຫ້ຄຳໝັ້ນສັນຍາຢ່າງມີຄວາມຮັບຜິດຊອບຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍຢັ້ງຢືນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນແມ່ນເສົາຄ້ຳຂອງການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ເຢຍລະມັນ ໄດ້ເຫັນດີເປັນເອກະພາບເພີ່ມທະວີການສົ່ງເສີມວິສາຫະກິດ ເຢຍລະມັນ ມາລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນບັນດາຂົງເຂດທີ່ເປັນທ່າແຮງຂອງເຢຍລະມັນຄື: ພະລັງງານ, ເສັ້ນທາງລົດໄຟ, ວັດຖຸອຸປະກອນການແພດ, ການຢາ, ພື້ນຖານໂຄງລ່າງ…ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການສ້າງບັນດາກົນໄກ, ຂອບເຂດການຮ່ວມມືໃນຂົງເຂດບຳລຸງສ້າງວິຊາຊີບ. ທ່ານປະທານາທິບໍດີ ເຢຍລະມັນ ປາດຖະໜາວ່າ ກຳລັງແຮງງານຫວຽດນາມ ຈະມີໂອກາດໄປເຮັດວຽກຢູ່ເຢຍລະມັນ, ປັບປຸງສະພາບການຂາດເຂີນແຮງງານຢູ່ເຢຍລະມັນ ຢ່າງຕັ້ງໜ້າ ໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນບ່າຍວັນທີ 24 ມັງກອນ,ຢູ່ນະຄອນໂຮ່ຈີມິນ, ທ່ານ ຟານວັນມາຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ເຢຍລະມັນ. ຢູ່ທີ່ນີ້, ທ່ານປະທານາທິບໍດີ Frank-Walter Steinmeir ໄດ້ສະແດງຄວາມດີໃຈເມື່ອໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີມິນ, ທ່ານຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ ຂອງນະຄອນ ທີ່ປະກອບສ່ວນເຂົ້າໃນການພັດທະນາລວມຂອງ ຫວຽດນາມ ໃນໄລຍະຜ່ານມາ. ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ, ທ່ານປະທານາທິບໍດີ Frank-Walter Steinmeir ໄດ້ພົບປະ, ເຂົ້າຮ່ວມກອງປະຊຸມວົງມົນກັບວິສາຫະກິດ ເຢຍລະມັນ, ຢ້ຽມຢາມມະຫາວິທະຍາໄລ ຫວຽດ - ດຶກຢູ່ ບິ່ງເຢືອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top