• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ພົບ​ປະ​ກັບ​ການ​ນຳ, ອະ​ດີດ​ການ​ນຳ​ບັນ​ດາ​ອົງ​ການ​ສູນ​ກາງ​ພັກ

ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີຊວດ 2020, ວັນທີ 12 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະ ແລະ ອວຍພອນປີໃໝ່ການນຳ, ອະດີດການນຳບັນດາອົງການສູນກາງຢູ່ພາກກາງ.

(ພາບ: 
TTXVN)

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນອັນຕັ້ງໜ້າ, ຮອດດ້ານຂອງປະເທດຊາດໃນປີຜ່ານມາ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການນຳພາຂອງພັກກອມມູນິດຫວຽດນາມ. ໃນໄລຍະທີ່ຈະມາເຖິງ, ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປອັນສັບສົນຫຼາຍຢ່າງນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຄວາມຮັບຜິດຊອບຂອງພັກ, ລັດ ແມ່ນຕ້ອງນຳປະເທດຊາດພັດທະນາຢ່າງຈະເລີນຮຸ່ງເຮືອງໃນປີ 2045. ທ່ານໃຫ້ຮູ້ວ່າ: ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 3000 USD ໃນປະຈຸບັນພຽງແຕ່ແມ່ນໝາກຜົນຕັ້ງໜ້າໃນເບື້ອງຕົ້ນເທົ່ານັ້ນ. ຕາມນັ້ນແລ້ວ, ບັນດາສິ່ງທ້າທາຍໃຫ່ຍຫຼວງທີ່ຕ້ອງການແກ້ໄຂ ແມ່ນນຳປະເທດຊາດພັດທະນາ; ສືບຕໍ່ຮັບປະກັນຄວາມດຸນດຽງຂອງພື້ນຖານເສດຖະກິດ, ໃນນັ້ນຈະສືບຕໍ່ລົງທຶນພັດທະນາພະລັງງານແຫ່ງຊາດ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top