• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ລັດ​ວິ​ສາ​ຫະ​ກິດ

ຕອນເຊົ້າວັນທີ 14 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເຮັດວຽກກັບລັດວິສາຫະກິດໃນຂອບເຂດທົ່ວໂລກ ກ່ຽວກັບການຊຸກຍູ້, ການຜະລິດດຳເນີນທຸລະກິດ ແລະ ການລົງທຶນພັດທະນາ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງທຸກຂັ້ນ, ທຸກຂະແໜງການໃນການປະຕິບັດການພັດທະນາເສດຖະກິດ - ສັງຄົມ. ລັດວິສາຫະກິດສວມບົດບາດເປັນແກ່ນສານ ແລະ ແມ່ນກຳລັງສຳຄັນຂອງພື້ນຖານເສດຖະກິດຂອງປະເທດ, ປະກອບສ່ວນຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນ 8 ເດືອນຕົ້ນປີ 2023, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບການຮັບປະກັນໂດຍພື້ນຖານ; ໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດ, ຂາດດຸນງົບປະມານແຫ່ງລັດ ກໍໄດ້ຮັບການຄວບຄຸມເປັນຢ່າງດີ; ຕະຫຼາດເງິນຕາກໍເປັນປົກກະຕິໂດຍພື້ນຖານ, ອັດຕາດອກເບ້ຍສືບຕໍ່ມີທ່າອ່ຽງຫຼຸດລົງ; ການນຳເຂົ້າ - ສົ່ງອອກສືບຕໍ່ມີທ່ວງທ່າເພີ່ມຂຶ້ນຄືນໃໝ່; ການສົ່ງອອກບັນລຸ 227,7 ຕື້ USD, ການນຳເຂົ້າບັນລຸ 207,5 ຕື້ USD; ການສົ່ງອອກເກີນດຸນບັນລຸເກືອບ 20,2 ຕື້ USD…

ລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດເວົ້າລວມ ແລະ ລັດວິສາຫະກິດເວົ້າສະເພາະ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top