• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ອວຍ​ພອນ​ປີ​ໃໝ່​ອະ​ດີດ​ການ​ນຳ​ພັກ​, ລັດ ຢູ່​ພາກ​ກາງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະ ທັນການ, ຜັນຂະຫຍາຍປະຕິບັດເຂົ້າໃນບັນດາເງື່ອນໄຂລະອຽດຂອງທ້ອງຖິ່ນ ເພື່ອພັດທະນາຢ່າງວ່ອງໄວກວ່າອີກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖ່າຍຮູບກັບບັນດາຜູ້ແທນ ທີ່ການພົບປະສັງສັນ (ພາບ: TTXVN)
ໃນວັນທີ 6 ກຸມພາ, ຢູ່ນະຄອນ ດ່າໜັງ, ທີ່ການພົບປະສັງສັນກັບອະດີດການນຳພັກ, ລັດ ແລະ ບັນດາທ້ອງຖິ່ນຢູ່ພາກກາງ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີສະຫຼູ 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ບັນດາຜູ້ແທນຮັບຊາບກ່ຽວກັບໝາກຜົນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນປີຜ່ານມາ, ສະພາບຊີວິດການເປັນຢູ່ຂອງປະຊາຊົນແຕ່ພາກເໜືອລົງຮອດພາກໃຕ້, ເຂດຫ່າງໄກສອກຫຼີກ, ນັບທັງບັນດາທ້ອງຖິ່ນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດຢ່າງໜັກໜ່ວງ ລ້ວນແຕ່ມີຊີວິດການເປັນຢູ່ເປັນປົກກະຕິ ແລະ ດີຂຶ້ນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະ ທັນການ, ຜັນຂະຫຍາຍປະຕິບັດເຂົ້າໃນບັນດາເງື່ອນໄຂລະອຽດຂອງທ້ອງຖິ່ນ ເພື່ອພັດທະນາຢ່າງວ່ອງໄວກວ່າອີກ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ໃນໄລຍະ 5 ປີ ຈະມາເຖິງ, ກໍຄື ວິໄສທັດຮອດປີ 2030 ແລະ 2045.
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top